ລາຍກາຍພຸດທະທັມ ໂທຣະພາບລາວສຕາຣ໌
ສຳພາດຄວາມເປັນມາຂອງບຸນເຂົ້າປະດັບດິນ
ເພື່ອອອກອາດໃນວັນບຸນເຂົ້າປະດັບດິນປະຈຳປີ 2555
ທັມມະເທສະນາສາທະໂວ
ດູຣາສັບປຸຣິສາທາຍົກທາຍິກາ ຜູ້ມີສັດທາໃນພະພຸດທະສາສະ ໜາທັງຫຼາຍ
ວັນນີ້ເປັນວັນເດືອນເກົ້າດັບ ສາທຸຊົນພຸດທະບໍລິສັດທັງຫຼາຍໄດ້ມາສະໂມສອນສັນນິບາດ
ໃນທັມມະສາ ລາວັດວິຈິດທັມ ມາລາມບ້ານວຽງຈະເລີນທີ່ນີ້
ເພື່ອທຳບຸນຕາມປະເພນີທີ່ປະຕິບັດກັນ ເໝືອນທຸກວັນສິນນ້ອຍ
ສິນໃຫຍ່ປະຈຳເໝືອນທຸກໆສິນຜ່ານມາ ແຕ່ວ່າວັນນີ້ເປັນວັນສິນພິເສດ ກວ່າວັນສິນອື່ນໆ
ເນື່ອງຈາກວ່າວັນນີ້ ເປັນວັນບຸນເຂົ້າປະດັບດິນ ເຊິ່ງຊາວພຸດລາວໄດ້ຢຶດຖື ປະຕິບັດ
ກັນທຸກໆ ປີບໍ່ໄດ້ຂາດ ຈົນກາຍເປັນປະເພນີອັນງົດງາມຂອງລາວ
ເຊິ່ງຊາວລາວທີ່ເປັນພຸດທະບໍລິສັດ ທັງນ້ອຍ ໃຫຍ່ເຖົ້າແກ່ບ່າວສາວໃຜໆ
ກໍມີຄວາມສຳນຶກໃນໃຈສະເໝີວ່າ ໃນປີໜຶ່ງນັ້ນ ຫາກບໍ່ມີວຽກ ໜັກໜາສາຫັດ
ມີຄວາມຈຳເປັນເກີນໄປ ຈະຕ້ອງຫາໂອກາດມາທຳບຸນເຂົ້າປະດັບດິນໃຫ້ໄດ້ ການເຮັດ ບຸນເຂົ້າ
ປະດັບດິນນັ້ນ ປາ ກົດຕົວແຕ່ໃນວັດທະນະທຳລາວຊາວລ້ານຊ້າງເທົ່ານັ້ນ.
ພໍເມື່ອເຖິງວັນສິ້ນເດືອນເກົ້າຊາວລາວເຮົາ
ພ້ອມກັນເຮັດບຸນຫໍ່ເຂົ້າປະດັບດິນ,
ຄຳວ່າເຂົ້າ ປະດັບດິນໝາຍເຖິງເຮັດຫໍ່ເຂົ້າ
ມີເຄື່ອງກິນຫວານຄາວສະອາດຈົບງາມ ແລ້ວໄປວາງໄວ້ດິນ, ໂພນ, ຮາວຮົ້ວ
ພາຍໃນບ້ານ,
ທ່ານໍ້າ, ຕ້າຍວັດ
ແລະຕົ້ນໂພ, ເຈດີ, ເຂົ້າປະດັບດິນເປັນຊື່ໃນພາສາລ້ວນ ຄື “ຫໍ່” ໝາຍເຖິງເຄືອງບັນຈຸພັນຊະນິດໃດໜຶ່ງທີ່ສາມາດຫໍ່ສິ່ງຂອງໄດ້, “ເຂົ້າ” ເປັນອາຫານຫຼັກຂອງຄົນ
ລາວລວມເຖິງອາຫານພ້ອມ,
“ປະດັບ” ຕົບແຕ່ງດີ, ເຮັດໃຫ້ດີ, ເຮັດໃຫ້ງາມ, ເອ້ຢ້ອງ
“ດິນ”
ກໍຄືຜືນ ພິພົບນີ້
ໝາຍຄວາມວ່າເອົາຫໍ່ເຂົ້າສ່ວນຫຼາຍແມ່ນໃປຕອງ, ນໍາໄປວາງໄວ້ໃນດິນໃຫ້ເປັນລະບຽບຈົບ
ງາມ ເພື່ອເປົ້າໝາຍຝາກໃຫ້ເຜດ.
ມີຄວາມໝາຍໜຶ່ງແມ່ນວ່າໃນເດືອນ
9 ນີ້,
ຊາວກະເສດໄດ້ສິ້ນສຸດການດຳນາແລ້ວ, ເຫັນເຂົ້າ
ກ້າໄຮ່ນາເຕັມໄປດ້ວຍຕົ້ນເຂົ້າທີ່ສວຍງາມເຕັມທົ່ງຈຶ່ງຮຽກເທດສະການບຸນນີ້ວ່າ “ບຸນເຂົ້າປະດັບດິນ”. ກໍຄືເຂົ້າກໍາລັງເຕັມສາວເຕັມບ່າວສາວ
ສວຍງາມຂຽວອຸ່ມທຸ່ມນັ້ນເອງ.
ໃນຣີດ 12 ນັ້ນ
ໄດ້ປາກົດເຫັນການກຳນົດໃຫ້ເຮັດບຸນເຂົ້່າປະດັບດິນໄວ້ໃນເດືອນທີ 9 ອັນຖື
ວ່າເປັນຮີດທີ 9 ໃນ 12
ຮີດ, ເຊິ່ງຣີດ
12 ນີ້ຖືເປັນຮີດຂອງປະຊາຊົນ, ເຊິ່ງໃນສະໄໝບູຮານຖືເປັນ
ໜ້າທີ່ຢ່າງໜຶ່ງທີ່ສຳຄັນ ທີ່ປະຊາຊົນຈະຕ້ອງໄດ້ທຳໃຫ້ເປັນກິດຈະວັດ, ເຊິ່ງທາງພະຣາຊະສຳນັກໄດ້
ວາງເປັນກົດກະຕິກາໄວ້ ໂດຍຖືເອົາພື້ນທາງທາງຄວາມເຊື່ອຂອງຊົນຊາດລາວອັນເດີມ
ປະຍຸກເຂົ້າກັບ ຄຳສອນຂອງພຣະພຸດທະສາສນາ ໂດຍຖືເອົາພຣະພຸດທະສາສະໜາເປັນຄັນທຸງ
ຂອງການພັດທະນາ ຄົນພາຍໃນຊາດ, ໃຫ້ມີການຄິດ,
ການເວົ້າ, ການປະຕິບັດອັນດຽວກັນ.
ນອກຈາກຮີດ
12 ແລ້ວ,
ໃນຄອງ 14 ເຊິ່ງເປັນພັນທະກິດ
ຫຼືໜ້າທີ່ຂອງຝ່າຍບໍຣິຫານ ຫຼືວ່າ ເຈົ້ານາຍທີ່ຕ້ອງປະຕິບັດນັ້ນ
ເປັນຄອງສໍາລັບຂ້າຣາຊະການ ໃນຂໍ້ 9
ໄດ້ກ່າວໄວ້ດັ່ງນີ້ “ເປັນທ້າວພຣະ
ຍາຄັນເຖິງເດືອນເກົ້າດັບໃຫ້ປ່າວເຕີນຣາຊະດອນບ້ານເມືອງທ່ານຫໍ່ເຂົ້າປະດັບດິນ
ໄປຫາປູ່ຍ່າຕາ ຍາຍ ລູກເຕົ້າຫຼານເຫຼັນ ອັນເຖິງແກ່ອະນິດຈະກັມໄປ
ສູ່ປະລະໂລກທົ່ວທຸກແຫ່ງແລ້ວໃຫ້ເຈົ້ານາຍ ເສ ນາຂ້າຣາຊະການທົ່ວບ້ານເມືອງ
ສິບຮ້ອຍນ້ອຍໃຫຍ່ ລົງມືຖືພິພັດນິສັຍຍານຸສັດອີກເທື່ອໜຶ່ງ ແລ້ວ
ຊ່ວງເຮືອສະຫຼອງອຸສຸພະນາຄະຣາດປາກດົງ ແລະປາກຄານ ກັບພຣະຍານາກ 15 ຕະກູນ
ອັນຮັກສາ ບ້ານເມືອງ ຈຶ່ງຈະຢູ່ເຢັນເປັນສຸກ ເຂົ້າກ້າໄຮ່ນາບໍຣິບູນ”.
ໃນຄອງ 14 ນີ້ນອກຈາກເປັນຄອງທີ່ທ້າວພຣະຍາ
ຂ້າຣາຊະການຈະເປັນຜູ້ນຳໜ້າພາທາງໃນ ການບອກເຕືອນ ປະຊາຊົນຂອງຕົນເຮັດບຸນເດືອນ 9 ແລ້ວ,
ທາງຣາຊະສຳນັກລ້ານຊ້າງຍັງປາກົດ ເຫັນຄຳວ່າ
“ໃຫ້ເຈົ້ານາຍ
ເສນາຂ້າຣາຊະການທົ່ວບ້ານເມືອງສິບຮ້ອຍນ້ອຍໃຫຍ່ ລົງມືຖືພິພັດນິສັຍ
ຍານຸສັດອີກເທື່ອໜຶ່ງ ແລ້ວຊ່ວງເຮືອສະຫຼອງອຸສຸພະນາຄະຣາດປາກດົງ ແລະປາກຄານ ກັບພຣະຍາ
ນາກ 15 ຕະກູນ ອັນຮັກສາບ້ານເມືອງ”.
ຄຳວ່າ
“ລົງມືຖືພິພັດນິສັຍຍານຸສັດອີກເທື່ອໜຶ່ງ” ອັນນີ້ແມ່ນມີການກຳ
ນົດໃຫ້ຂ້າຣາຊະການ ທັງປວງ ຕ້ອງຕັ້ງສັດຈະຍາອະທິຖານ ກ່າວປະຕິຍານ ກິນນ້ຳສາບານ
ເພື່ອສະແດງຄວາມຈົງຮັກພັກ ດີຕໍ່ໜ້າທີ່,
ຕໍ່ປະຊາຣາດດອນ ແລະຕໍ່ພຣະມະຫາກະສັດ
ອັນຖືຫົວໃຈຫຼັກຂອງການບໍຣິຫານບ້ານ ເມືອງ ໃຫ້ກ່ຽວພັນກັບພື້ນຖານທາງສາສະໜາ
ແລະວັດທະນະທັມ, ສ່ວນມີຄຳຕໍ່ທ້າຍມາວ່າ “ອີກເທື່ອ
ໜຶ່ງ” ນັ້ນໝາຍວ່າການກ່າວສັດຈະຍາ ຫຼືກິນນ້ຳສາບານນີ້
ແມ່ນໃນປີໜຶ່ງແມ່ນກະທຳກັນໃນເດືອນ 9
ນອກຈາກນັ້ນໃນບຸນເດືອນ 9 ນີ້ທາງເມືອງຫຼວງພຣະບາງມີການຊ່ວງເຮືອປາກຄານອີກ, ເຊິ່ງສະແດງ
ໃຫ້ເຫັນວ່າ ວັດທະນະທຳການຊ່ວງເຮືອເດືອນ 9
ຂອງເມືອງຫຼວງພຣະບາງນັ້ນ ແມ່ນມີມາໃນຄອງ 14 ເຊັ່ນກັນ
ຖືເປັນຣາຊະປະເພນີທີ່ສຳພັນເຊິ່ງເປົ້າໝາຍຂອງການຊ່ວງເຮືອກໍແມ່ນເພື່ອບູຊາ ແລະສະ
ຫຼອງອຸສຸພະນາຄະຣາຊປາກດົງ ແລະປາກຄານ ກັບພຣະຍານາກ 15 ຕະກູນ
ອັນຮັກສາບ້ານເມືອງ,
ເຊິ່ງໃນການຕໍ່ມາມີ
ນັກປາດໄດ້ຜູກເປັນຄຳກອນເພື່ອສອນໃຈໃຫ້ງ່າຍໆ ດັ່ງນີ້:
“ຮີດໜຶ່ງນັ້ນ ພໍເມື່ອເຖິງເດືອນເກົ້າແລ້ວ
ເປັນເຂດກາງວັດສາການ ຝູງປະຊາຊົນຊາວເມືອງ ກໍເລົ່າກຽມຕົວພ້ອມ
ພາກັນທານຍັງເຂົ້າປະດັບດິນກິນກ່ອນ ທານໃຫ້ເຈົ້າພຣະສົງພ້ອມຢູ່ພາຍ ທຳຈັ່ງ
ຊີ້ບໍ່ຢ້າຍເຖິງຂວບປີມາ ພຣະຣາຊາໃນເມືອງກໍຈົ່ງທຳແນວນີ້ ຮີດຫາກມີມາແລ້ວວາງລົງໃຫ້ຖືຕໍ່
ຈຳໄວ້ ເດີພໍ່ເຖົ້າຫຼານເວົ້າກ່າວຈາ”
ການທຳບຸນເຂົ້າປະດັບດິນ
ເປັນການທຳບຸນເພື່ອອຸທິດໃຫ້ແກ່ຍາຕິພີ່ນ້ອງທີ່ລ່ວງລັບ ເພື່ອ ບູຊາວິນຍານພຣະບູຣຸດ
ແລະຜູ້ໄຮ້ຍາດຂາດມິດ ໂດຍຍາດໂຍມຈະຈັດເຂົ້າປາອາຫານ ປະກອບດ້ວຍ ເຂົ້າເຄື່ອງຄາວຫວານ, ໝາກພູ, ຢາສູບ, ກ້ອຍ, ອ້ອຍ
ຫຼືສິ່ງຂອງຕ່າງທີ່ພໍຫາໄດ້ໃນຄອບຄົວ ຫຼືທ້ອງ ຖິ່ນຕົນ ໄດ້ມາແລ້ວຫໍ່ໃສ່ໃບຕອງກ້ວຍ
ຮ້ອຍເປັນພວງແລ້ວເອົາໄປແຂວນໄວ້ໃນງ່າໄມ້ ຕ້າຍບ້ານ ຫຼື ວັດ
ຫຼືວາງໄວ້ໃນດິນກ່ອນຕາເວັນຈະຂຶ້ນ ໃນມື້ 14
ຄ່ຳເດືອນ 9 ພ້ອມທັງກ່າວເຊີນວິນຍານ
ຂອງເຫຼົ່າ ຍາດພີ່ນ້ອງຂອງເຮົາ ທັງທີ່ມີສ່ວນພົວພັນໃນຊາດນີ້ ແລະອະດີດຊາດ
ໃຫ້ມາຮັບສ່ວນກຸສົນຄັ້ງນີ້ ຕໍ່ມາ ຕອນເຊົ້າ ກໍເຮັດພາເຂົ້າເຄື່ອງຕັກບາດເຂົ້າໄປຍັງວັດ
ເພື່ອທຳບຸນຕັກບາດຖວາຍສັງຄະທານ ບາງຄົນ ກໍຖວາຍເປັນພັດຕາຫານ
ບາງຄົນກໍຖວາຍເປັນພາເຂົ້າທິບ ໃນຕອນເຊົ້າ ເວລາ 7 ໂມງເປັນຕົ້ນໄປ.
ການທຳບຸນເຂົ້າປະດັບດິນ
ບາງທ້ອງຖິ່ນກໍຮຽກວ່າບຸນເດືອນ 9,
ທາງຊຽງຂວາງຖືວ່າເປັນບຸນ ຮອບີ ຖືເປັນບຸນສຳຄັນ
ຊາວພວນທຸກຄົນຖືວ່າເປັນບຸນສຳຄັນທຸກເຮືອນຕ້ອງໄດ້ເຮັດ ສະນັ້ນເຂົາ ຈະເລີ່ມເຮັດແຕ່ຂຶ້ນ
1 ຄໍ່າເດືອນ 9 ເປັນຕົ້ນໄປຈົນເຖິງເດືອນ 9 ດັບຈຶ່ງມາເຮັດສະຫຼຸບກັນທີ່ວັດ.
ມູນເຫດຂອງການເຮັດບຸນເຂົ້າປະດັບດິນນັ້ນ
ແມ່ນມີທີ່ມາຈາກນິທານທັມມະບົດວ່າ
“ຍາຕິພີ່
ນ້ອງຂອງພຣະເຈົ້າພິມພິສານໄດ້ຍັກຍອກຂອງວັດແນ່ ຂອງສົງແນ່ ແລະຂອງຫຼວງຕ່າງໆ ໄປເປັນ
ຂອງຕົນເອງໃນສະໄໝພຣະກັດສະປະສັມມາສັມພຸດທະເຈົ້າ ພວກອະດີດຍາດຂອງພຣະເຈົ້າພິມພິ
ສານເຫຼົ່ານັ້ນ ຄັນຕາຍແລ້ວກໍຕາຍໄປເປັນເຜດສະເຫວີຍທຸກຂະເວທະນາ ຕະຫຼອດພຸດທັນດອນ ເມື່ອ
ພຣະເຈົ້າພິມພິສານຖວາຍທານແກ່ພຣະໂຄຕະມະສັມມາສັມພຸດທະເຈົ້າຂອງເຮົາ ໃນພັດທະກັບນີ້, ບໍ່ໄດ້ຢາດນ້ຳອຸທິດໄປຫາພວກຍາດພີ່ນ້ອງເຫຼົ່ານັ້ນ
ພວກເຜດເຫຼົ່ານັ້ນກໍໄດ້ມາສະແດງນິມິດຕ່າງໆ ມີ ສຽງດັງມີ່ກ້ອງໄປທົ່ວ
ພຣະເຈົ້າພິມພິສານໄດ້ເຫັນ ແລະໄດ້ຍິນນິມິເຫຼົ່ານັ້ນແລ້ວ ກໍສະ ເດັດເຂົ້າໄປເຝົ້າ
ພຣະພຸດທະເຈົ້າ ພຣະພຸດທະເຈົ້າໄດ້ຊາບການຂາບທູນແລ້ວ ພຣະພຸດທະອົງກໍຊົງເຫຼົ່າເລື່ອງລາວ
ແລະ ບຸບພະກັມຂອງບັນດາເຜດເຫຼົ່ານັ້ນ
ໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບພຣະເຈົ້າພິມພິສານໄດ້ຊົງ ຖວາຍທານອີກ
ແລ້ວອຸທິດໄປຫາດວງວິນຍານແກ່ຍາດພີ່ນ້ອງເຫຼົ່ານັ້ນ ການເຮັດ ບຸນຂອງພຣະເຈົ້າ
ພິມພິສານນັ້ນຄັ້ງທີສອງ ກົງກັບດັບເດືອນເກົ້ານີ້ເອງ.
ເພາະວັນນີ້ເຊື່ອວ່າຍົມມະໂລກ
ໄດ້ປ່ອຍສັດນະຣົກ ປ່ອຍເຜດ ຜູ້ມີບາບໜ້ອຍລົງແນ່ແລ້ວ ອອກມາຮັບຜົນທານ
ຈາກຍາດພີ່ນ້ອງຂອງຕົນ ຫາກມາແລ້ວບໍ່ໄດ້ຮັບເຄື່ອງທານ ກໍປ່ອຍດ່າສາບ ແຊ່ງໃຫ້
ຍາດພີ່ນ້ອງເຫຼົ່ານັ້ນຕົກທຸກໄດ້ຍາກ ດ້ວຍຄວາມຊົ່ວບໍ່ດີຕ່າງໆ, ຫາກເຜດເຫຼົ່ານັ້ນມາແລ້ວ
ໄດ້ຮັບຂອງທານຈາກຍາດພີ່ນ້ອງຂອງຕົນ ກໍອ່ວຍພອນວຍໃຫ້ພີ່ນ້ອງຂອງຕົນນັ້ນຮັ່ງມີສິສຸກ
ຈະເຣີນ ຮຸ່ງເຮືອງຕ່າງໆນານາ ດ້ວຍເຫດນັ້ນຊາວລາວເຮົາຈຶ່ງນິຍົມກັນເຮັດບຸນເຂົ້າປະດັບດິນ, ໃນສິ້ນເດືອນ
9 ຂອງທຸກໆປີ.
ອານິສົງຂອງການເຮັດບຸນເຂົ້າປະດັບດິນນັ້ນ
ມີດັ່ງນີ້ “ໃນສະໄໝພຸດທະການນັ້ນ ມີທຸກຄະຕະ ຊາຍຄົນໜຶ່ງ
ໄຮ້ຊັບອັບປັນຍາ ບໍ່ມີຍາດຕິພີ່ນ້ອງ ອາໄສຊາວບ້ານລ້ຽງຊີບໄປແຕ່ລະວັນ, ວັນໜຶ່ງນຶກ
ເຖິງຕົນເອງວ່າມີທຸກເຖິງຂະໜາດນີ້ ໃນອະດີຕຊາບຸນເຂົ້າປະດັບດິນນັ້ນ
ເປັນບຸນປະຈຳປິທີ່ຊາວພຸດ ລາວ
ທີ່ໄດ້ສຶບທອດປະຕິບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ ອັນມີຫຼັກຖານ
ທີ່ປະກົດໃນຮີດສິບສອງ.ບຸນເຂົ້າປະດັບດິນນັ້ນ ເປັນບຸນປະຈຳປິທີ່ຊາວພຸດລາວ
ທີ່ໄດ້ສຶບທອດປະຕິ ບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ
ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ.
ບຸນເຂົ້າປະດັບດິນນັ້ນ ເປັນບຸນປະຈຳປິທີ່ຊາວພຸດລາວ
ທີ່ໄດ້ສຶບທອດປະຕິ ບັດມາຕັ້ງ ແຕ່ສະ ໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ
ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ. ບຸນເຂົ້າປະດັບດິນ ນັ້ນ
ເປັນບຸນປະຈຳປິທີ່ຊາວພຸດລາວ ທີ່ໄດ້ສຶບທອດປະຕິ ບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງ
ຈະເລີນຮຸ່ງເຮືອງ ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ. ຄົງຊິບໍ່ເຄີຍໃຫ້ທານເຂົ້າປາອາຫານ, ວັນນີ້
ຈຶ່ງ ເກີດຄວາມເຫຼື້ອມໃສສັດທາຢາກໃສ່ບາດຖວາຍສັງຄະທານ ທຸກວັນເປັນນິດ ແຕ່ຈົນໃຈເພາະ
ບໍ່ມີເຂົ້າປາອາຫານ,
ວັນໜຶ່ງຊາວບ້ານພາກັນເຮັດບຸນເຂົ້າປະດັບດິນ
ໝູ່ຊົນທັງຫຼາຍກໍກຽມ ອາຫານ ເຄື່ອງສັງຄະທານໄປຍັງອາຮາມຢ່າງຫຼວງຫຼາຍ
ແຕ່ງກາຍສວຍສົດງົດງາມ ແລະຈິດໃຈລື່ນເລີງມ່ວນຊື່ນ ດ້ວຍໃບໜ້າອັນຜ່ອງໃສໂສມະນັດ, ສ່ວນຝ້າຍທຸກຄະຕະຊາຍຄົນນັ້ນ
ໄດ້ແຕ່ນັ່ງຢູ່ໃນກະຕູບນ້ອຍ ແລ ສ່ອງເບິ່ງປະຊາຊົນເຮັດບຸນ ກັນດ້ວຍຄວາມລື່ນເລີງແຈ່ມໃສ, ນ້ຳຕາຂອງທຸກຄະຕະຄົນນັ້ນ
ກໍໄຫຼລິນ ອອກມາດ້ວຍຄວາມບໍ່ຮູ້ສຶກໂຕ,
ໃນຂະນະທີ່ນ້ຳ ຕາແຫ່ງໂສກເສົ້າສັງເວດໂຕເອງ
ໄຫລລັ່ງອອກມາ ຢູ່ນັ້ນ ພໍດີເຫຼືອດຕາໄປເຫັນ ພຣະພິກຂຸອົງໜຶ່ງກຳລັງທ່ຽວໂຄຈອນບິນທະບາດ
ແລ້ວມາຢຸດຢູ່ຕໍ່ໜ້າ ທຸກຄະຕະຊາຍຄົນນັ້ນ ທຸກຄະຕະຊາຍຄົນນັ້ນພໍດີກໍເກີດສັດທາແຮງກ້າ
ນອກເຖິງເຂົ້າປັ້ນໜຶ່ງ ປະ
ມານເທົ່າໝາກຕູມທີ່ຕົນຫາມາໄດ້ກໍຮີບໄປເອົາມາປ່ອນໃສ່ບາດໃຫ້ແກ່ພຣະພິກຂຸອົງນັ້ນດ້ວຍຄວາມຍິນດີ ຄວາມເສັຍໃຈ,
ຄວາມນ້ອຍໃຈກໍເລືອນລາງຫາຍໄປ
ເກີດຄວາມປິຕິຍິນເຂົາມາແທນທີ່ ຈຶ່ງນຶກ ເຖິງ ສັບພະສັດທຸກຖ້ວນໜ້າ ແລະມານດາບິກາຂອງຕົນ, ທ່ານກ່າວວ່າ
ຂະນະທີ່ທຸກຄະຕະຊາຍຕົນນັ້ນ ຢາດນ້ຳອຸທິດສ່ວນສົນແຜ່ໄປນັ້ນ
ມີເປຕະຊົນທີ່ກ່ຽວພັນກັບທຸກຄະຕະ ທີ່ຍົມພິບານປ່ອຍ ມາຮັບ
ເອົາຂອງທານຈາກຍາດພີ່ນ້ອງໄດ້ຮັບຜົນທາງອຸທິດນັ້ນ ກໍອ່ວຍພອນໃຫ້ແກ່ທຸກຄະ ຕະຊາຍຄົນ ນັ້ນ
ໃຫ້ປະສົບດ້ວຍອາຍຸ, ວັນນະ,
ສຸຂະ, ຜະລະ, ຊີວິດຂອງຊາຍທຸກຄະຕະຄົນນັ້ນ
ກໍມີຄວາມສຸກ ຄວາມຈະເລີນຂຶ້ນຕາມລຳດັບ ມີຄວາມສຸດຢູ່ຕາມອາຍຸໄຂຂອງຕົນ, ເມື່ອສິ້ນຊີບແລ້ວກໍໄດ້ໄປເກີດ
ເປັນເທພະບຸດ ມີວິມານຄຳເປັນທີ່ຢູ່ຂອງຕົນ ມີບໍຣິວານຫຼວງຫຼາຍ, ສ່ວນຍາຕິພີ່ນ້ອງທີ່
ໄດ້ເກີດເປັນເທພະບຸດ ແລະເທພະທິດາ ກໍຖືເຄື່ອງໄປສັກກາ ລະບູຊາແກ່ເທພະບຸດຕົນນັ້ນ”
ການເຮັດເຂົ້າປະດັບດິນ ນັບວ່າໄດ້ອານິສົງຫຼາຍປະການທັງໃນຊາດນີ້ ແລະອານາຄົດ ຄື:
ການເຮັດເຂົ້າປະດັບດິນ ນັບວ່າໄດ້ອານິສົງຫຼາຍປະການທັງໃນຊາດນີ້ ແລະອານາຄົດ ຄື:
1. ໄດ້ອາຍຸ, ວັນນະ, ສຸຂະ, ຜະລະ ໃນຊາດປັດຈຸບັນ, ມີໂພຄະສັບສົມບູນ ຮຸ່ງເຮືອງຈະເລີນຢ່າງ ມີຄວາມສຸກ.
2. ປາດຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພຣະນິບພານສົມບັດຍ່ອມສຳເລັດ.
3. ຜົນບຸນທີ່ເຮັດໄປຍ່ອມໄດ້ອານິສົງທັງສອງທາງຄື ຜູ້ເຮັດເອງ ແລະຍາດພີ່ນ້ອງທີ່ອຸທິດໃຫ້ ທັງທີ່ເປັນຍາດໃນຊາດນີ້ ແລະຊາດອະດີດທັງໝົດ.
4. ເປັນການສົງເຄາະຍາດ ແລະທຳໃຈຂອງຕົນໃຫ້ກະສີມສຳລານໃນພົບນີ້.
5. ເປັນການສົງເຄາະສັດສາວາສິ່ງ ທີ່ຫິວໂຫຍ ໄດ້ເຂົ້າມາເພິ່ງພາອາໄສວັດ ຫຼືພາຍໃນບ້ານຕົນ ເຮົາ ຈະເຫັນໄດ້ວ່ານະໂຍບາຍອະນຸລັກພັນສັດປ່າ ແລະການສ້າງມິດກັບສັດຂອງລາວເຮົາມີມາແຕ່ສະໄໝບູ ຮານແລ້ວ ເພາະຍາມເດືອນ 9 ນີ້ ແມ່ນສັດບາງຈຳພວກແຜ່ພັນ, ຊີວິດໃໝ່ຂອງສັດເຫຼົ່ານັ້ນ ຈະໄດ້ຊອກສະແຫວງຫາອາຫານງ່າຍຂຶ້ນເພື່ອກິນເອງ ແລະປ້ອນລູກອ່ອນ.
ອານິສົງທັງຫຼາຍຂໍ້ທີ່ກ່າວມານັ້ນ ດ້ວຍແຕ່ເປັນສິ່ງທີ່ເກີດຈາກສັດທາທາງສາສະໜາຂອງ ທ່ານຜູ້ໃຈ ບຸນ, ທັງນີ້ທັງນັ້ນການເຮັດເຂົ້າປະດັບດິນ ຍັງຄົງໄວ້ເຊິ່ງຮີດຄອງອັນດີງາມຂອງຊາດລາວອີກ, ຍັງສະ ແດງໃຫ້ເຫັນວ່າ ຊົນຊາດລາວ ທີ່ຢູ່ນອກປະເທດ ທີ່ເຮັດບຸນເຂົ້າປະດັບດິນ ອັນເປັນບຸນທີ່ບັນພະບູຣຸດ ຂອງເຂົານໍາພາເຮັດພາສ້າງຢ່າງບໍ່ລົດລະ ເພາະ ການເຮັດບຸນເຂົ້າປະດັບດິນໃນທາງພຸດທະສາສນານັ້ນ ແມ່ນເລີ່ມເຮັດໃນສະໄໝລ້ານຊ້າງເປັນຕົ້ນມາ ແລະເພາະກຸມ ຊາວພຸດລາວເທົ່ານັ້ນ.
ไม่มีความคิดเห็น:
แสดงความคิดเห็น