10.9.55

ຄວາມເປັນມາບຸນຫໍ່ເຂົ້າປະດັບດິນ


ລາຍກາຍພຸດທະທັມ ໂທຣະພາບລາວສຕາຣ໌ ສຳພາດຄວາມເປັນມາຂອງບຸນເຂົ້າປະດັບດິນ
ເພື່ອອອກອາດໃນວັນບຸນເຂົ້າປະດັບດິນປະຈຳປີ 2555


ທັມມະເທສະນາສາທະໂວ ດູຣາສັບປຸຣິສາທາຍົກທາຍິກາ ຜູ້ມີສັດທາໃນພະພຸດທະສາສະ ໜາທັງຫຼາຍ ວັນນີ້ເປັນວັນເດືອນເກົ້າດັບ ສາທຸຊົນພຸດທະບໍລິສັດທັງຫຼາຍໄດ້ມາສະໂມສອນສັນນິບາດ ໃນທັມມະສາ ລາວັດວິຈິດທັມ ມາລາມບ້ານວຽງຈະເລີນທີ່ນີ້ ເພື່ອທຳບຸນຕາມປະເພນີທີ່ປະຕິບັດກັນ ເໝືອນທຸກວັນສິນນ້ອຍ ສິນໃຫຍ່ປະຈຳເໝືອນທຸກໆສິນຜ່ານມາ ແຕ່ວ່າວັນນີ້ເປັນວັນສິນພິເສດ ກວ່າວັນສິນອື່ນໆ ເນື່ອງຈາກວ່າວັນນີ້ ເປັນວັນບຸນເຂົ້າປະດັບດິນ ເຊິ່ງຊາວພຸດລາວໄດ້ຢຶດຖື ປະຕິບັດ ກັນທຸກໆ ປີບໍ່ໄດ້ຂາດ ຈົນກາຍເປັນປະເພນີອັນງົດງາມຂອງລາວ ເຊິ່ງຊາວລາວທີ່ເປັນພຸດທະບໍລິສັດ ທັງນ້ອຍ ໃຫຍ່ເຖົ້າແກ່ບ່າວສາວໃຜໆ ກໍມີຄວາມສຳນຶກໃນໃຈສະເໝີວ່າ ໃນປີໜຶ່ງນັ້ນ ຫາກບໍ່ມີວຽກ ໜັກໜາສາຫັດ ມີຄວາມຈຳເປັນເກີນໄປ ຈະຕ້ອງຫາໂອກາດມາທຳບຸນເຂົ້າປະດັບດິນໃຫ້ໄດ້ ການເຮັດ ບຸນເຂົ້າ ປະດັບດິນນັ້ນ ປາ ກົດຕົວແຕ່ໃນວັດທະນະທຳລາວຊາວລ້ານຊ້າງເທົ່ານັ້ນ.

   ພໍເມື່ອເຖິງວັນສິ້ນເດືອນເກົ້າຊາວລາວເຮົາ ພ້ອມກັນເຮັດບຸນຫໍ່ເຂົ້າປະດັບດິນ, ຄຳວ່າເຂົ້າ ປະດັບດິນໝາຍເຖິງເຮັດຫໍ່ເຂົ້າ ມີເຄື່ອງກິນຫວານຄາວສະອາດຈົບງາມ ແລ້ວໄປວາງໄວ້ດິນ, ໂພນ, ຮາວຮົ້ວ ພາຍໃນບ້ານ, ທ່ານໍ້າ, ຕ້າຍວັດ ແລະຕົ້ນໂພ, ເຈດີ, ເຂົ້າປະດັບດິນເປັນຊື່ໃນພາສາລ້ວນ ຄື ຫໍ່ໝາຍເຖິງເຄືອງບັນຈຸພັນຊະນິດໃດໜຶ່ງທີ່ສາມາດຫໍ່ສິ່ງຂອງໄດ້, “ເຂົ້າເປັນອາຫານຫຼັກຂອງຄົນ ລາວລວມເຖິງອາຫານພ້ອມ, “ປະດັບຕົບແຕ່ງດີ, ເຮັດໃຫ້ດີ, ເຮັດໃຫ້ງາມ, ເອ້ຢ້ອງ ດິນກໍຄືຜືນ ພິພົບນີ້ ໝາຍຄວາມວ່າເອົາຫໍ່ເຂົ້າສ່ວນຫຼາຍແມ່ນໃປຕອງ,ໍາໄປວາງໄວ້ໃນດິນໃຫ້ເປັນລະບຽບຈົບ ງາມ ເພື່ອເປົ້າໝາຍຝາກໃຫ້ເຜດ.

ມີຄວາມໝາຍໜຶ່ງແມ່ນວ່າໃນເດືອນ 9 ນີ້, ຊາວກະເສດໄດ້ສິ້ນສຸດການດຳນາແລ້ວ, ເຫັນເຂົ້າ ກ້າໄຮ່ນາເຕັມໄປດ້ວຍຕົ້ນເຂົ້າທີ່ສວຍງາມເຕັມທົ່ງຈຶ່ງຮຽກເທດສະການບຸນນີ້ວ່າ ບຸນເຂົ້າປະດັບດິນ”. ກໍຄືເຂົ້າກໍາລັງເຕັມສາວເຕັມບ່າວສາວ ສວຍງາມຂຽວອຸ່ມທຸ່ມນັ້ນເອງ.
ໃນຣີດ 12 ນັ້ນ ໄດ້ປາກົດເຫັນການກຳນົດໃຫ້ເຮັດບຸນເຂົ້່າປະດັບດິນໄວ້ໃນເດືອນທີ 9 ອັນຖື ວ່າເປັນຮີດທີ 9 ໃນ 12 ຮີດ, ເຊິ່ງຣີດ 12 ນີ້ຖືເປັນຮີດຂອງປະຊາຊົນ, ເຊິ່ງໃນສະໄໝບູຮານຖືເປັນ ໜ້າທີ່ຢ່າງໜຶ່ງທີ່ສຳຄັນ ທີ່ປະຊາຊົນຈະຕ້ອງໄດ້ທຳໃຫ້ເປັນກິດຈະວັດ, ເຊິ່ງທາງພະຣາຊະສຳນັກໄດ້ ວາງເປັນກົດກະຕິກາໄວ້ ໂດຍຖືເອົາພື້ນທາງທາງຄວາມເຊື່ອຂອງຊົນຊາດລາວອັນເດີມ ປະຍຸກເຂົ້າກັບ ຄຳສອນຂອງພຣະພຸດທະສາສນາ ໂດຍຖືເອົາພຣະພຸດທະສາສະໜາເປັນຄັນທຸງ ຂອງການພັດທະນາ ຄົນພາຍໃນຊາດ, ໃຫ້ມີການຄິດ, ການເວົ້າ, ການປະຕິບັດອັນດຽວກັນ.

ນອກຈາກຮີດ 12 ແລ້ວ, ໃນຄອງ 14 ເຊິ່ງເປັນພັນທະກິດ ຫຼືໜ້າທີ່ຂອງຝ່າຍບໍຣິຫານ ຫຼືວ່າ ເຈົ້ານາຍທີ່ຕ້ອງປະຕິບັດນັ້ນ ເປັນຄອງສໍາລັບຂ້າຣາຊະການ ໃນຂໍ້ 9 ໄດ້ກ່າວໄວ້ດັ່ງນີ້ເປັນທ້າວພຣະ ຍາຄັນເຖິງເດືອນເກົ້າດັບໃຫ້ປ່າວເຕີນຣາຊະດອນບ້ານເມືອງທ່ານຫໍ່ເຂົ້າປະດັບດິນ ໄປຫາປູ່ຍ່າຕາ ຍາຍ ລູກເຕົ້າຫຼານເຫຼັນ ອັນເຖິງແກ່ອະນິດຈະກັມໄປ ສູ່ປະລະໂລກທົ່ວທຸກແຫ່ງແລ້ວໃຫ້ເຈົ້ານາຍ ເສ ນາຂ້າຣາຊະການທົ່ວບ້ານເມືອງ ສິບຮ້ອຍນ້ອຍໃຫຍ່ ລົງມືຖືພິພັດນິສັຍຍານຸສັດອີກເທື່ອໜຶ່ງ ແລ້ວ ຊ່ວງເຮືອສະຫຼອງອຸສຸພະນາຄະຣາດປາກດົງ ແລະປາກຄານ ກັບພຣະຍານາກ 15 ຕະກູນ ອັນຮັກສາ ບ້ານເມືອງ ຈຶ່ງຈະຢູ່ເຢັນເປັນສຸກ ເຂົ້າກ້າໄຮ່ນາບໍຣິບູນ”.

ໃນຄອງ 14 ນີ້ນອກຈາກເປັນຄອງທີ່ທ້າວພຣະຍາ ຂ້າຣາຊະການຈະເປັນຜູ້ນຳໜ້າພາທາງໃນ ການບອກເຕືອນ ປະຊາຊົນຂອງຕົນເຮັດບຸນເດືອນ 9 ແລ້ວ, ທາງຣາຊະສຳນັກລ້ານຊ້າງຍັງປາກົດ ເຫັນຄຳວ່າ ໃຫ້ເຈົ້ານາຍ ເສນາຂ້າຣາຊະການທົ່ວບ້ານເມືອງສິບຮ້ອຍນ້ອຍໃຫຍ່ ລົງມືຖືພິພັດນິສັຍ ຍານຸສັດອີກເທື່ອໜຶ່ງ ແລ້ວຊ່ວງເຮືອສະຫຼອງອຸສຸພະນາຄະຣາດປາກດົງ ແລະປາກຄານ ກັບພຣະຍາ ນາກ 15 ຕະກູນ ອັນຮັກສາບ້ານເມືອງ”.
ຄຳວ່າ ລົງມືຖືພິພັດນິສັຍຍານຸສັດອີກເທື່ອໜຶ່ງອັນນີ້ແມ່ນມີການກຳ ນົດໃຫ້ຂ້າຣາຊະການ ທັງປວງ ຕ້ອງຕັ້ງສັດຈະຍາອະທິຖານ ກ່າວປະຕິຍານ ກິນນ້ຳສາບານ ເພື່ອສະແດງຄວາມຈົງຮັກພັກ ດີຕໍ່ໜ້າທີ່, ຕໍ່ປະຊາຣາດດອນ ແລະຕໍ່ພຣະມະຫາກະສັດ ອັນຖືຫົວໃຈຫຼັກຂອງການບໍຣິຫານບ້ານ ເມືອງ ໃຫ້ກ່ຽວພັນກັບພື້ນຖານທາງສາສະໜາ ແລະວັດທະນະທັມ, ສ່ວນມີຄຳຕໍ່ທ້າຍມາວ່າ ອີກເທື່ອ ໜຶ່ງນັ້ນໝາຍວ່າການກ່າວສັດຈະຍາ ຫຼືກິນນ້ຳສາບານນີ້ ແມ່ນໃນປີໜຶ່ງແມ່ນກະທຳກັນໃນເດືອນ 9 ນອກຈາກນັ້ນໃນບຸນເດືອນ 9 ນີ້ທາງເມືອງຫຼວງພຣະບາງມີການຊ່ວງເຮືອປາກຄານອີກ, ເຊິ່ງສະແດງ ໃຫ້ເຫັນວ່າ ວັດທະນະທຳການຊ່ວງເຮືອເດືອນ 9 ຂອງເມືອງຫຼວງພຣະບາງນັ້ນ ແມ່ນມີມາໃນຄອງ 14 ເຊັ່ນກັນ ຖືເປັນຣາຊະປະເພນີທີ່ສຳພັນເຊິ່ງເປົ້າໝາຍຂອງການຊ່ວງເຮືອກໍແມ່ນເພື່ອບູຊາ ແລະສະ ຫຼອງອຸສຸພະນາຄະຣາຊປາກດົງ ແລະປາກຄານ ກັບພຣະຍານາກ 15 ຕະກູນ ອັນຮັກສາບ້ານເມືອງ, ເຊິ່ງໃນການຕໍ່ມາມີ ນັກປາດໄດ້ຜູກເປັນຄຳກອນເພື່ອສອນໃຈໃຫ້ງ່າຍໆ ດັ່ງນີ້:

ຮີດໜຶ່ງນັ້ນ ພໍເມື່ອເຖິງເດືອນເກົ້າແລ້ວ ເປັນເຂດກາງວັດສາການ ຝູງປະຊາຊົນຊາວເມືອງ ກໍເລົ່າກຽມຕົວພ້ອມ ພາກັນທານຍັງເຂົ້າປະດັບດິນກິນກ່ອນ ທານໃຫ້ເຈົ້າພຣະສົງພ້ອມຢູ່ພາຍ ທຳຈັ່ງ ຊີ້ບໍ່ຢ້າຍເຖິງຂວບປີມາ ພຣະຣາຊາໃນເມືອງກໍຈົ່ງທຳແນວນີ້ ຮີດຫາກມີມາແລ້ວວາງລົງໃຫ້ຖືຕໍ່ ຈຳໄວ້ ເດີພໍ່ເຖົ້າຫຼານເວົ້າກ່າວຈາ ການທຳບຸນເຂົ້າປະດັບດິນ ເປັນການທຳບຸນເພື່ອອຸທິດໃຫ້ແກ່ຍາຕິພີ່ນ້ອງທີ່ລ່ວງລັບ ເພື່ອ ບູຊາວິນຍານພຣະບູຣຸດ ແລະຜູ້ໄຮ້ຍາດຂາດມິດ ໂດຍຍາດໂຍມຈະຈັດເຂົ້າປາອາຫານ ປະກອບດ້ວຍ ເຂົ້າເຄື່ອງຄາວຫວານ, ໝາກພູ, ຢາສູບ, ກ້ອຍ, ອ້ອຍ ຫຼືສິ່ງຂອງຕ່າງທີ່ພໍຫາໄດ້ໃນຄອບຄົວ ຫຼືທ້ອງ ຖິ່ນຕົນ ໄດ້ມາແລ້ວຫໍ່ໃສ່ໃບຕອງກ້ວຍ ຮ້ອຍເປັນພວງແລ້ວເອົາໄປແຂວນໄວ້ໃນງ່າໄມ້ ຕ້າຍບ້ານ ຫຼື ວັດ ຫຼືວາງໄວ້ໃນດິນກ່ອນຕາເວັນຈະຂຶ້ນ ໃນມື້ 14 ຄ່ຳເດືອນ 9 ພ້ອມທັງກ່າວເຊີນວິນຍານ ຂອງເຫຼົ່າ ຍາດພີ່ນ້ອງຂອງເຮົາ ທັງທີ່ມີສ່ວນພົວພັນໃນຊາດນີ້ ແລະອະດີດຊາດ ໃຫ້ມາຮັບສ່ວນກຸສົນຄັ້ງນີ້ ຕໍ່ມາ ຕອນເຊົ້າ ກໍເຮັດພາເຂົ້າເຄື່ອງຕັກບາດເຂົ້າໄປຍັງວັດ ເພື່ອທຳບຸນຕັກບາດຖວາຍສັງຄະທານ ບາງຄົນ ກໍຖວາຍເປັນພັດຕາຫານ ບາງຄົນກໍຖວາຍເປັນພາເຂົ້າທິບ ໃນຕອນເຊົ້າ ເວລາ 7 ໂມງເປັນຕົ້ນໄປ.
ການທຳບຸນເຂົ້າປະດັບດິນ ບາງທ້ອງຖິ່ນກໍຮຽກວ່າບຸນເດືອນ 9, ທາງຊຽງຂວາງຖືວ່າເປັນບຸນ ຮອບຖືເປັນບຸນສຳຄັນ ຊາວພວນທຸກຄົນຖືວ່າເປັນບຸນສຳຄັນທຸກເຮືອນຕ້ອງໄດ້ເຮັດ ສະນັ້ນເຂົາ ຈະເລີ່ມເຮັດແຕ່ຂຶ້ນ 1 ຄໍ່າເດືອນ 9 ເປັນຕົ້ນໄປຈົນເຖິງເດືອນ 9 ດັບຈຶ່ງມາເຮັດສະຫຼຸບກັນທີ່ວັດ.
ມູນເຫດຂອງການເຮັດບຸນເຂົ້າປະດັບດິນນັ້ນ ແມ່ນມີທີ່ມາຈາກນິທານທັມມະບົດວ່າຍາຕິພີ່ ນ້ອງຂອງພຣະເຈົ້າພິມພິສານໄດ້ຍັກຍອກຂອງວັດແນ່ ຂອງສົງແນ່ ແລະຂອງຫຼວງຕ່າງໆ ໄປເປັນ ຂອງຕົນເອງໃນສະໄໝພຣະກັດສະປະສັມມາສັມພຸດທະເຈົ້າ ພວກອະດີດຍາດຂອງພຣະເຈົ້າພິມພິ ສານເຫຼົ່ານັ້ນ ຄັນຕາຍແລ້ວກໍຕາຍໄປເປັນເຜດສະເຫວີຍທຸກຂະເວທະນາ ຕະຫຼອດພຸດທັນດອນ ເມື່ອ ພຣະເຈົ້າພິມພິສານຖວາຍທານແກ່ພຣະໂຄຕະມະສັມມາສັມພຸດທະເຈົ້າຂອງເຮົາ ໃນພັດທະກັບນີ້, ບໍ່ໄດ້ຢາດນ້ຳອຸທິດໄປຫາພວກຍາດພີ່ນ້ອງເຫຼົ່ານັ້ນ ພວກເຜດເຫຼົ່ານັ້ນກໍໄດ້ມາສະແດງນິມິດຕ່າງໆ ມີ ສຽງດັງມີ່ກ້ອງໄປທົ່ວ ພຣະເຈົ້າພິມພິສານໄດ້ເຫັນ ແລະໄດ້ຍິນນິມິເຫຼົ່ານັ້ນແລ້ວ ກໍສະ ເດັດເຂົ້າໄປເຝົ້າ ພຣະພຸດທະເຈົ້າ ພຣະພຸດທະເຈົ້າໄດ້ຊາບການຂາບທູນແລ້ວ ພຣະພຸດທະອົງກໍຊົງເຫຼົ່າເລື່ອງລາວ ແລະ ບຸບພະກັມຂອງບັນດາເຜດເຫຼົ່ານັ້ນ ໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບພຣະເຈົ້າພິມພິສານໄດ້ຊົງ ຖວາຍທານອີກ ແລ້ວອຸທິດໄປຫາດວງວິນຍານແກ່ຍາດພີ່ນ້ອງເຫຼົ່ານັ້ນ ການເຮັດ ບຸນຂອງພຣະເຈົ້າ ພິມພິສານນັ້ນຄັ້ງທີສອງ ກົງກັບດັບເດືອນເກົ້ານີ້ເອງ.

ເພາະວັນນີ້ເຊື່ອວ່າຍົມມະໂລກ ໄດ້ປ່ອຍສັດນະຣົກ ປ່ອຍເຜດ ຜູ້ມີບາບໜ້ອຍລົງແນ່ແລ້ວ ອອກມາຮັບຜົນທານ ຈາກຍາດພີ່ນ້ອງຂອງຕົນ ຫາກມາແລ້ວບໍ່ໄດ້ຮັບເຄື່ອງທານ ກໍປ່ອຍດ່າສາບ ແຊ່ງໃຫ້ ຍາດພີ່ນ້ອງເຫຼົ່ານັ້ນຕົກທຸກໄດ້ຍາກ ດ້ວຍຄວາມຊົ່ວບໍ່ດີຕ່າງໆ, ຫາກເຜດເຫຼົ່ານັ້ນມາແລ້ວ ໄດ້ຮັບຂອງທານຈາກຍາດພີ່ນ້ອງຂອງຕົນ ກໍອ່ວຍພອນວຍໃຫ້ພີ່ນ້ອງຂອງຕົນນັ້ນຮັ່ງມີສິສຸກ ຈະເຣີນ ຮຸ່ງເຮືອງຕ່າງໆນານາ ດ້ວຍເຫດນັ້ນຊາວລາວເຮົາຈຶ່ງນິຍົມກັນເຮັດບຸນເຂົ້າປະດັບດິນ, ໃນສິ້ນເດືອນ 9 ຂອງທຸກໆປີ.
ອານິສົງຂອງການເຮັດບຸນເຂົ້າປະດັບດິນນັ້ນ ມີດັ່ງນີ້ໃນສະໄໝພຸດທະການນັ້ນ ມີທຸກຄະຕະ ຊາຍຄົນໜຶ່ງ ໄຮ້ຊັບອັບປັນຍາ ບໍ່ມີຍາດຕິພີ່ນ້ອງ ອາໄສຊາວບ້ານລ້ຽງຊີບໄປແຕ່ລະວັນ, ວັນໜຶ່ງນຶກ ເຖິງຕົນເອງວ່າມີທຸກເຖິງຂະໜາດນີ້ ໃນອະດີຕຊາບຸນເຂົ້າປະດັບດິນນັ້ນ ເປັນບຸນປະຈຳປິທີ່ຊາວພຸດ ລາວ ທີ່ໄດ້ສຶບທອດປະຕິບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ ອັນມີຫຼັກຖານ ທີ່ປະກົດໃນຮີດສິບສອງ.ບຸນເຂົ້າປະດັບດິນນັ້ນ ເປັນບຸນປະຈຳປິທີ່ຊາວພຸດລາວ ທີ່ໄດ້ສຶບທອດປະຕິ ບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ. 
 ບຸນເຂົ້າປະດັບດິນນັ້ນ ເປັນບຸນປະຈຳປິທີ່ຊາວພຸດລາວ ທີ່ໄດ້ສຶບທອດປະຕິ ບັດມາຕັ້ງ ແຕ່ສະ ໄໝອານາຈັກລ້ານຊ້າງຈະເລີນຮຸ່ງເຮືອງ ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ. ບຸນເຂົ້າປະດັບດິນ ນັ້ນ ເປັນບຸນປະຈຳປິທີ່ຊາວພຸດລາວ ທີ່ໄດ້ສຶບທອດປະຕິ ບັດມາຕັ້ງແຕ່ສະໄໝອານາຈັກລ້ານຊ້າງ ຈະເລີນຮຸ່ງເຮືອງ ອັນມີຫຼັກຖານທີ່ປະກົດໃນຮີດສິບສອງ. ຄົງຊິບໍ່ເຄີຍໃຫ້ທານເຂົ້າປາອາຫານ, ວັນນີ້ ຈຶ່ງ ເກີດຄວາມເຫຼື້ອມໃສສັດທາຢາກໃສ່ບາດຖວາຍສັງຄະທານ ທຸກວັນເປັນນິດ ແຕ່ຈົນໃຈເພາະ ບໍ່ມີເຂົ້າປາອາຫານ, ວັນໜຶ່ງຊາວບ້ານພາກັນເຮັດບຸນເຂົ້າປະດັບດິນ ໝູ່ຊົນທັງຫຼາຍກໍກຽມ ອາຫານ ເຄື່ອງສັງຄະທານໄປຍັງອາຮາມຢ່າງຫຼວງຫຼາຍ ແຕ່ງກາຍສວຍສົດງົດງາມ ແລະຈິດໃຈລື່ນເລີງມ່ວນຊື່ນ ດ້ວຍໃບໜ້າອັນຜ່ອງໃສໂສມະນັດ, ສ່ວນຝ້າຍທຸກຄະຕະຊາຍຄົນນັ້ນ ໄດ້ແຕ່ນັ່ງຢູ່ໃນກະຕູບນ້ອຍ ແລ ສ່ອງເບິ່ງປະຊາຊົນເຮັດບຸນ ກັນດ້ວຍຄວາມລື່ນເລີງແຈ່ມໃສ, ນ້ຳຕາຂອງທຸກຄະຕະຄົນນັ້ນ ກໍໄຫຼລິນ ອອກມາດ້ວຍຄວາມບໍ່ຮູ້ສຶກໂຕ, ໃນຂະນະທີ່ນ້ຳ ຕາແຫ່ງໂສກເສົ້າສັງເວດໂຕເອງ ໄຫລລັ່ງອອກມາ ຢູ່ນັ້ນ ພໍດີເຫຼືອດຕາໄປເຫັນ ພຣະພິກຂຸອົງໜຶ່ງກຳລັງທ່ຽວໂຄຈອນບິນທະບາດ ແລ້ວມາຢຸດຢູ່ຕໍ່ໜ້າ ທຸກຄະຕະຊາຍຄົນນັ້ນ ທຸກຄະຕະຊາຍຄົນນັ້ນພໍດີກໍເກີດສັດທາແຮງກ້າ ນອກເຖິງເຂົ້າປັ້ນໜຶ່ງ ປະ ມານເທົ່າໝາກຕູມທີ່ຕົນຫາມາໄດ້ກໍຮີບໄປເອົາມາປ່ອນໃສ່ບາດໃຫ້ແກ່ພຣະພິກຂຸອົງນັ້ນດ້ວຍຄວາມຍິນດີ  ຄວາມເສັຍໃຈ, ຄວາມນ້ອຍໃຈກໍເລືອນລາງຫາຍໄປ ເກີດຄວາມປິຕິຍິນເຂົາມາແທນທີ່ ຈຶ່ງນຶກ ເຖິງ ສັບພະສັດທຸກຖ້ວນໜ້າ ແລະມານດາບິກາຂອງຕົນ, ທ່ານກ່າວວ່າ ຂະນະທີ່ທຸກຄະຕະຊາຍຕົນນັ້ນ ຢາດນ້ຳອຸທິດສ່ວນສົນແຜ່ໄປນັ້ນ ມີເປຕະຊົນທີ່ກ່ຽວພັນກັບທຸກຄະຕະ ທີ່ຍົມພິບານປ່ອຍ ມາຮັບ ເອົາຂອງທານຈາກຍາດພີ່ນ້ອງໄດ້ຮັບຜົນທາງອຸທິດນັ້ນ ກໍອ່ວຍພອນໃຫ້ແກ່ທຸກຄະ ຕະຊາຍຄົນ ນັ້ນ ໃຫ້ປະສົບດ້ວຍອາຍຸ, ວັນນະ, ສຸຂະ, ຜະລະ, ຊີວິດຂອງຊາຍທຸກຄະຕະຄົນນັ້ນ ກໍມີຄວາມສຸກ ຄວາມຈະເລີນຂຶ້ນຕາມລຳດັບ ມີຄວາມສຸດຢູ່ຕາມອາຍຸໄຂຂອງຕົນ, ເມື່ອສິ້ນຊີບແລ້ວກໍໄດ້ໄປເກີດ ເປັນເທພະບຸດ ມີວິມານຄຳເປັນທີ່ຢູ່ຂອງຕົນ ມີບໍຣິວານຫຼວງຫຼາຍ, ສ່ວນຍາຕິພີ່ນ້ອງທີ່ ໄດ້ເກີດເປັນເທພະບຸດ ແລະເທພະທິດາ ກໍຖືເຄື່ອງໄປສັກກາ ລະບູຊາແກ່ເທພະບຸດຕົນນັ້ນ
         
ການເຮັດເຂົ້າປະດັບດິນ ນັບວ່າໄດ້ອານິສົງຫຼາຍປະການທັງໃນຊາດນີ້ ແລະອານາຄົດ ຄື:

1.    
ໄດ້ອາຍຸ, ວັນນະ, ສຸຂະ, ຜະລະ ໃນຊາດປັດຈຸບັນ, ມີໂພຄະສັບສົມບູນ ຮຸ່ງເຮືອງຈະເລີນຢ່າງ ມີຄວາມສຸກ.
2.    
ປາດຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພຣະນິບພານສົມບັດຍ່ອມສຳເລັດ.
3.    
ຜົນບຸນທີ່ເຮັດໄປຍ່ອມໄດ້ອານິສົງທັງສອງທາງຄື ຜູ້ເຮັດເອງ ແລະຍາດພີ່ນ້ອງທີ່ອຸທິດໃຫ້ ທັງທີ່ເປັນຍາດໃນຊາດນີ້ ແລະຊາດອະດີດທັງໝົດ.
4.    
ເປັນການສົງເຄາະຍາດ ແລະທຳໃຈຂອງຕົນໃຫ້ກະສີມສຳລານໃນພົບນີ້.
5.    
ເປັນການສົງເຄາະສັດສາວາສິ່ງ ທີ່ຫິວໂຫຍ ໄດ້ເຂົ້າມາເພິ່ງພາອາໄສວັດ ຫຼືພາຍໃນບ້ານຕົນ ເຮົາ ຈະເຫັນໄດ້ວ່ານະໂຍບາຍອະນຸລັກພັນສັດປ່າ ແລະການສ້າງມິດກັບສັດຂອງລາວເຮົາມີມາແຕ່ສະໄໝບູ ຮານແລ້ວ ເພາະຍາມເດືອນ 9 ນີ້ ແມ່ນສັດບາງຈຳພວກແຜ່ພັນ, ຊີວິດໃໝ່ຂອງສັດເຫຼົ່ານັ້ນ ຈະໄດ້ຊອກສະແຫວງຫາອາຫານງ່າຍຂຶ້ນເພື່ອກິນເອງ ແລະປ້ອນລູກອ່ອນ.
ອານິສົງທັງຫຼາຍຂໍ້ທີ່ກ່າວມານັ້ນ ດ້ວຍແຕ່ເປັນສິ່ງທີ່ເກີດຈາກສັດທາທາງສາສະໜາຂອງ ທ່ານຜູ້ໃຈ ບຸນ, ທັງນີ້ທັງນັ້ນການເຮັດເຂົ້າປະດັບດິນ ຍັງຄົງໄວ້ເຊິ່ງຮີດຄອງອັນດີງາມຂອງຊາດລາວອີກ, ຍັງສະ ແດງໃຫ້ເຫັນວ່າ ຊົນຊາດລາວ ທີ່ຢູ່ນອກປະເທດ ທີ່ເຮັດບຸນເຂົ້າປະດັບດິນ ອັນເປັນບຸນທີ່ບັນພະບູຣຸດ ຂອງເຂົານໍາພາເຮັດພາສ້າງຢ່າງບໍ່ລົດລະ ເພາະ ການເຮັດບຸນເຂົ້າປະດັບດິນໃນທາງພຸດທະສາສນານັ້ນ ແມ່ນເລີ່ມເຮັດໃນສະໄໝລ້ານຊ້າງເປັນຕົ້ນມາ ແລະເພາະກຸມ ຊາວພຸດລາວເທົ່ານັ້ນ.
ຂຽນໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

6.1.55

ມະຫາອະນິສົງຂອງທັມມະທານ ໒໕ ປະການ.

- ມະຫາອານິສົງ ແປວ່າ ຜົນບຸນອັນຍິ່ງໃຫຍ່ ມາຈາກຄຳວ່າ "ມະຫາ" (ໃຫຍ່-ຍິ່ງໃຫຍ່) + ອານິສັງສະ (ຜົນທີ່ເກີດຈາກການກະທຳ, ຜົນບຸນ). 
  1. ມີຈິດໃຈ ເບີກບານແຈ່ມໃສ ໜ້າຕາສົດໃສມີສງ່າຣາສີ.
  2. ມີສະຕິປັນຍາດີເລີດ, ຄິດສິ່ງໃດ ກໍຄິດອອກໄດ້ງ່າຍ ແລະຖືກຕ້ອງກວ່າແຕ່ກ່ອນ.
  3. ໄດ້ຄົນຮອບຕົວດີ(ບໍຣິວານດີ) ມີເພື່ອນແທ້ ແກ້ຄວາມຂັດສົນ ສູ້ງານໃຫຍ່ໄດ້.
  4. ໄດ້ເພື່ອທັມ(ກັລຍານະມິຕ) ຊວນກັນຄິດ ຊວນກັນທຳ ກັມດີເພື່ອສ້າງສົມປາຣະມີ.
  5. ເຈົ້າກັມນາຍເວຣໄລ່ລ່າເຮົາບໍ່ທັນ ປຽສເມືອນໄດ້ລຶບລ້າງໜີເວຣກັມມ໌.
  6. ໂຣຄພັຍໄຂ້ເຈັບອັນເກີດຈາກເຈົ້າກັມມ໌ນາຍເວຣ ກໍເບົາຫາຍໄປເພາະເຮົາອຸທິສບຸນໃຫ້.
  7. ທຳໃຫ້ຊີວິຕຕົນເອງ ແລະຄອບຄົວໝັ້ນຄົງ ຊັບສົມບັຕິກິຈກາຣຄ້າ ຕຳແໜ່ງງານຈະເຣີນ ຮຸ່ງເຮືອງ.
  8. ຊ່ວຍດຶງ ແລະຜັກດັນໃຫ້ສ້າງສະສົມບຸນຍາປາຣະມີຂັ້ນສູງກວ່າ ຄືຮັກສາສີລ ແລະກາຣຈະ ເຣີນພາ ວະນາ ເມື່ອທຳກໍທຳງ່າຍໄຮ້ອຸປະສັຄ.
  9. ໄດ້ສ້າງເສີມ ແລະຈະເຣີນເມຕຕາທັມ ຝຶກຕົນໃຫ້ເປັນພຣະພຣົມມີຈິຕໃຕຄົບ ໔ ໜ້າ ຄື ເມຕຕາ, ກຣຸນາ, ມຸທິຕາ ແລະອຸເປກຂາ ເມື່ອເປັຣຜູ້ມີພຣົມມະວິຫາຣ ໔ ກໍຍ່ອມໄດ້ໃຫ້ອະພັຍ ບໍ່ພະຍາບາທ ທຳດີໄດ້ງ່າຍຂຶ້ນ ເຂົ້າສະມາທິແລະຊານໄດ້ງ່າຍດີ.
  10. ສະມາຊິກຄອບຄົວ ໃນທຸຣະກິຈ ໃນໜ່ວຍງານ ມີຄວາມຮັກສາມັຄຄີ ມີເມຕຕ່ ໄມຕຣີຕໍ່ກັນມາກຂຶ້ນ.
  11. ເທວະດາ ຄຸ້ມຄອງ ປັກປ້ອງ ຮັກສາ ຄວາມປອດພັນແກ່ສະມາຊິກໃນຄອຍຄົວ ທຸຣະກິຈ ໃນຣົຖ ໃນເຮືອ ບ້ານເຮືອນ ແລະອາຄານບ້ານຊ່ອງ.
  12. ສ້າງທັມມະທານດ້ວນຫວັງຂະຈັດກິເລສ ແລະດ້ວຍໃຈເບີກບານທັງ ໓ ຣະຍະ ຄືກ່ອນສ້າງ, ຂະນະສ້າງ ແລະຫຼັງສ້າງບຸນ ທຳງານ ຊາຕິໜ້າເກີດມາກໍຈັກງາມ ຈັກຮັ່ງມີ ແລະມີຄວາມຮູ້ປັນຍາ ບໍ່ເປັນຄົນປຶກ ນັບແຕ່ນ້ອຍຈົນເຖິງປາຍຊີວິຕ ເພາະຊາຕິນີ້ສ້າງທຳມະ ທານດ້ວຍຄວາມຍິນດີ ມີຈິຕເບີກບານຕລອດ ໓ ໄຣຍະ.
  13. ອຸທິສບຸນກຸສົນໃຫ້ບຸພະກາຣີ ແລະທ່ານຜູ້ມີພຣະຄຸນ ສົ່ງບຸນໃຫ້ທ່ານເຫຼົ່ານັ້ນໄດ້ຢູ່ໃນພົບພູມ ທີ່ດີໆ.
  14. ຄິດຫາວິທີເອງໄດ້ ທີ່ຈະທຳໃຫ້ຄົນ ແລະຜູ້ອື່ນພົ້ນທຸກຂ໌ນ້ອຍໃຫຍ່ ໄລ່ຄວາມໂງ່ ອະວິຊຊາ ຕື່ມຄວາມງາມແກ່ກາຍໃຈ.
  15. ຊ່ວຍໃຫ້ຄົນທັງໂລກ ຕ່າງຊາຕິ ຕ່າງສາສນາ ມີຄວາມສຸຂຮົ່ມເຢັນເປັນເພື່ອນເກື້ອກູນກັນ.
  16. ຂະຈັດຄວາມຂີ້ຖີ່ໜຽວແໜ້ນ ລົດຄວາມຢຶດໝັ້ນ ຖືໝັ້ນ ຕັດຄວາມຖືຕົວເປັນເຈົ້າອອກຈາກໃຈ.
  17. ໄລ່ຕົວມາຣແຫ່ງຄວາມໂລບ ຂະຈັດຄວາມໂສກ ທີ່ເກີດຈາກກາຣດິ່ນຣົນຢາກມີວັຕຖຸສິ່ງຂອງ ເກີນຄວາມຈຳເປັນລົງໄດ້.
  18. ເຫັນເສັ້ນທາງເດີນຕາມປຣັຊຍາ ແຫ່ງພຣະວິຣະກະສັຕຍ໌ຂອງຊາຕິ ແລະແນວທາງຂອງຊາຕ ໄດ້ໄວ.
  19. ເພີ່ມວິປັສສນາປັນຍາ ຄືຄວາມເຫັນ ຄວາມບໍ່ທ່ຽວແທ້ແນ່ອນຂອງສັພພະສິ່ງ ດັ່ງບັຕິປ່ຽນກັນ ໃຊ້.
  20. ໄດ້ປ່ຽນຄວາມຄິດເຫັນຜິດ ທີ່ບໍ່ຖືກຕ້ອງ(ມິຈສທິຕ໗ີ) ເປັນຄວາມເຫັນທີ່ຖືກຕ້ອງ(ສັມມາ ທິຕ໗ີ)
  21. ເມື້ອໄດ້ເສີມບຸນທັມມະທານ ດ້ວຍກາຣຮັກສາສີລ ແລະຈະເຣີນພາວະນາທຳສະມາທິເປັນ ເນື່ອງນິຕຍ໌ ຫາກຕາຍໄປຈັກໄດ້ໄປເກີດເປັນເທວະດາຢ່າງແນ່ນອນ ພໍຈິຕອີ່ມບຸນປາຣະມີ ສູງສຸດກໍຈັກໄດ້ເຂົ້າສູ່ນິພພານ ບໍ່ເກີດເປັນອັນໃດອີກ.
  22. ສ້າງຄວາມສຸຂ ໃຫ້ຊາດໂລກໃນອະນາຄົຕ ຕື່ມເຊື້ອທັມໄວ້ໃນປະ໗ະພີອີກ ໑໐໐-໑໐໐໐ ປີ ປີທີ່ມີຜູ້ເຫັນໜັງສືທີ່ພິມແຈກ ຫຼືຕາບໜັງສື(ເວບ)ນັ້ນຍັງຄົງຢູ່ ເຂົາກໍຈັກຟື້ນຟູດູແລພຣະພຸດ ທະສາສນາ.
  23. ເຮົາເກີດມາໃນຊາຕິໜ້າຈະເປັນພຸດທະບໍຣິສັທທີ່ສົມບູຣຍ໌ ຢູ່ໃນແດນພຸດທະພູມ ທີ່ຈະເຣນ ແລະປອດພັຍ.
  24. ຫາກໄດ້ເກີດເປັນມະນຸສຍ໌ອີກ ຈັກເກີດໃນຄອບຄົວທີ່ອຸດົມໄປດ້ວຍສັມມາທິຕ໗ີ.
  25. ບໍ່ໄດ້ໄປເກີດໃນອະບາຍະພູມໄດ້ງ່າຍ (ສັຕວ໌ເດັຍຣະສານ, ອະເຜຕ, ອະສຸຣະກາຍ ແລະນະ ຣົກ) ຊ່ວຍຮັກສາ ແລະເຜີຍແຜ່ພຣະພຸດທະທັມຄຳສອນຂອງພຣະພຸດທະເຈົ້າບໍ່ໃຫ້ເສື່ອມ ສູນ.

1.3.51

ບົດທີ

ອານິສົງປັນຍາປາຣະມີ

ໃນສະໄໝໜຶ່ງອົງສົມເດັດພຣະບຣົມມະສາສະດາ ສະເດັດປະທັບຢູ່ບົນແທ່ນບັນດຸກັມ ພະລະສີລາອາດ ຊັ້ນດາວະດິງສາເທວະໂລກ ທ້າວອັມມະຣິນທາທິຣາດ ໄດ້ທູນຖາມເຖິງທັມ ມະອັນປະເສີດ ທີ່ສາມາດອຳນວຍມັກ-ຜົນ ໃຫ້ແກ່ຜູ້ປະພຶດປະຕິບັດ ຂະ ຈັດເຊິ່ງໄພອັນຕະຣາຍ ທີ່ເກີດຂຶ້ນຈາກໝູ່ມະນຸດ ແລະສັດເດັຍຣະສານທັງຫຼາຍໃຫ້ທັງຫຼາຍ ໃຫ້ພ່າຍແພ້ພະລັງອະນຸ ພາບ ທີ່ໄດ້ປະຕິບັດທ່ອງຈົ່ມສາທະຍາຍຈຳໄວ້ເຊິ່ງທັມຈະມີຢູ່ບໍຂະນ້ອຍ ?

ສົມເດັດພຣະສັມມາສັມພຸດທະເຈົ້າຕັດວ່າດູກອນມະຫາຣາຊ ທັມທີ່ຍັງໃຫ້ປະສົບ ສຸກ ເຊັ່ນນັ້ນມີຢູ່ ທ້າວອະມະຣິນທະຣາດຈຶ່ງທູນຖາມຕໍ່ໄປວ່າ ທັມນີ້ຊື່ອັນໃດຂ້ານ້ອຍ ? ພຣະບໍຣົມ ມະຄຣູຈຶ່ງຕັດວ່າ ພຣະທັມມນີ້ຊື່ວ່າພຣະປັນຍາປາຣະມີ ໓໐ ທັດ”.

ທ້າວອະມະຣິນທະຣາດ ຈຶ່ງທູນຂໍໃຫ້ພຣະພຸດທະອົງຊົງສະແດງພຣະສັດທັມນີ້ ພຣະບໍ ຣົມມະສາສດາຊົງສະແດງ ເຊິ່ງປັນຍາປາຣະມີ ທີ່ພຣະອົງໄດ້ເຄີຍສ້າງມາແລ້ວໃນອະນັນຕະ ຊາດວ່າ, “ພຣະປາຣະມີ ໓໐ ທັດ ເປັນຍອດແຫ່ງທັມ ທີ່ພຣະພຸດທະເຈົ້າທຸກໆພຣະອົງ ຊົງບຳ ເພັງມາແລ້ວຢ່າງເຕັມປ່ຽມ ຈຶ່ງໄດ້ຕັດເປັນພຣະອໍຣະຫັນສັມມາສັມພຸດທະເຈົ້າ.

ບຸກຄົນໃດ ໄດ້ຂຽນໄວ້ສັກກາຣະບູຊາກໍດີ ໄດ້ສະດັບຮັບຟັງທຸກວັນກໍດີ ຜູ້ນັ້ນຈະເປັນ ຜູ້ມີ ສົມບັດເຂົ້າຂອຫຼວງຫຼາຍພາຍມາກ ຜູ້ໃດໄດ້ທ່ອງຈົ່ມ ຈົດຈຳສາມທະຍາຍທຸກວັນ ຜູ້ນັ້ນຈັກພົ້ນ ອັນຕະຣາຍທັງປວງ, ປາຖາໜາສິ່ງໃດ ກໍຈັກສພເຣັດຄວາມມຸ້ງໝາຍ ເປັນທີ່ຮັກແກ່ເທວະດາ ແລະມະນຸດທັງປວງ ເທວະດາຍ່ອມໃຫ້ພອນ ແລະຕາມຮັກສາບຸກຄົນນັ້ນ ຜູ້ໃດປະພຶດປະຣາມີ ໓໐ ທັດນີ້ໃຫ້ບັງເກີດມີແກ່ຕົນຍ່ອມປະສົບກັບສົມບັດ ປະການ ກ່າວຄື ມະນຸດສົມບັດ, ສະ ຫວັນສົມບັດ ແລະພຣະນິບພານສົມບັດ, ແມ່ນຈະປາຖະໜາເປັນພຸດທະພູມ, ປັດເຈກພູມ, ສາວົກພູມ ຢ່າງໃດຢ່າງໜຶ່ງ ກໍຈັກສຳເຣັດດັ່ງວນັ້ນແລ.

ພຣະອໍຣະຫັນສັມມາສັມພຸດທະເຈົ້າຊົງສະແດງປັນຍາປາຣະມີ ໓໐ ທັດຈົບລົງແລ້ວ ທ້າວອະມະຣີນຈົບລົງແລ້ວ ທ້າວອະມະຣິນທາທິຣາດສະແດງຕົນເປັນອຸປາສົກ ພ້ອມເອົາພຣະ ຣັດຕະນະໄຕຣເປັນທີ່ເພິ່ງຕະຫຼອດຊີບ ເຫຼົ່າເທວະດາທັງຫຼາຍໄດ້ບັນລຸມັກ-ຜົນເປັນຈຳນວນ ຫຼວງ.

ທ່ານສາທຸຊົນທັງຫຼາຍເມື່ອຮູ້ເຊັ່ນນີແລ້ວ ຣື້ນເຣີງບັນເທີງໃຈໃນກຸສົນທັງຫຼາຍ ທີ່ທ່ານ ໄດ້ສູດຮຽນພຣະປາຣະມີ ໓໐ ທັດມາແລ້ວເທີ້ນ.



ອານິສົງອຸນຫັດສະວິໄຊຍ໌

ບົດທີ ໑

ອານິສົງອຸນຫັດສະວິໄຊ

ສະໄໝໜຶ່ງ ພຣະບໍຣົມມະສາສດາ ສະເດັດປະທັບຢູ່ເໜືອພຣະແທນສີລາອາດ ພາຍໃຕ້ຕົ້ນປາຣິກະຊາດ ນະ ດາວະດິງສາເທວະໂລກ ຕັດພຣະສັດທັມເທສນາອະພິທັມ ຄຳພີ ໂຜດພຸດທະມານດາ ໃນກາລະຄັ້ງນັ້ນ ມີເທພະບູດອົງໜຶ່ງນາມວ່າ ສຸປະຕິດຖີຕາ ສະເຫວີຍທິບພະສົມບັດໃນຊັ້ຍຕາວະດິງສາກໍເຫິງນານຫາປະມານບໍ່ໄດ້.

ອີກ ວັນຂ້າງໜ້ານີ້ຈະສິ້ບຸນຈຸຕິຈາກສະຫວັຊັ້ນດາວະດິງ ລົງໄປອຸບັດໃນນະຣົກ ສະຫວີຍທຸກຂະເວທະນາຢູ່ຕະຫຼອດແສນປີ ຄັນສິ້ນກັມໃນນະຣົກແລ້ວ ກໍຈັກໄປບັງເກີີດ ເປັນສັດເດັຍຣະສານ ຈຳພວກ ສະເຫວີຍວິບາກກັມຢູ່ ຢ່າງລະ ໕໐໐ ຊາຕ.

ໃນຂະນະນັ້ນເອງ ຍັງມີເທພະບຸດຕົນຽຶ່ງ ຊື່ວ່າ ອາກາສະຈາຣິນີ ເຊິ່ງເປັນຜູ້ຮູ້ ບຸບພະກັມຂອງສຸປະຕິດຖີຕາເທບພະບຸດ ອາໄສຄວາມຄຸນເຄີຍສະໜິດສະໜົມກັນ ມາຕັ້ງແຕ່ຄາວເປັນມະນຸດ ເຄີຍໄດ້ຮັກສາອຸໂປສົດສິນດ້ວຍກັນໃນອະດີດຊາດລ່ວງມາ ແລ້ວ ເມື່ອມອງເຫັນອະກຸສົນຜົນກັມຕາມມາທັນເພື່ອນສະຫາຍຂອງຕົນ ກໍມີຈິດປານີໃຄ່ຈະ ອະນຸເຄາະ ຈຶ່ງເຂົ້າໄປສູ່ສຳນັກຂອງສຸປະຕິດຖີຕາເທບພະບຸດ ແລ້ວກໍບອກເຫດທີ່ຈະ ສິ້ນອາຍຸໃນ ໄວໆນີ້ ຕລອດທັງຈະໄດ້ໄປເກີດໃນນະຣົກ, ຄັນພົ້ນຈາກນະຣົກແລ້ວ ຈັກຕ້ອງໄປກຳ ເນີດເປັນສັດເດັຍຣະສານໃຫ້ຊາບສິ້ນທຸກປະການ.

ຝ່າຍສຸປະຕິດຖິຕາເທພະບຸດ ຄັນຊາບແລ້ວ ກໍບໍ່ມີຄວາມປະຣິວິຕົກຫຍັງເລີຍ ເພາະມີຄວາມປະໝາດໃນທິພະສົມບັດຂອງຕົນ ຈົນມາເຫັນບຸບພະນິມິດ ປະການ ຄື ດອກໄມ້ທິບໂຮຍຮ່ວງ ປະການໜຶງ, ເຮື່ອແລະໄຄໄຫຼອອກ ປະການໜຶ່ງ ສະຣີຣະ ຮ່າງກາຍເສົ້າໝອງ ປະການໜຶ່ງ, ຜ້າທິບພິສາ ເຄື່ອງຊົງເສົ້າໝອງ ປະການໜຶ່ງ, ຄັນ ຊົງຜ້າສະໃບເຂົ້າກໍຮ້ອນກະວົນກະ ວາຍປະການໜຶ່ງ, ບຸບພະນິມິດ ປະການເຫຼົ່ານີ້ ເມື່ອປະກົດແກ່ເທບພະບຸດ ຫຼືເທພະ ທິດາອົງໃດແລ້ວ ເທພະບຸດຫຼືເທພະທິດາອົງນັ້ນ ຈັກຕອ້ງຈຸຈາກເທວະໂລກ ຢ່າງບໍ່ຕ້ອງ ສົງໄສແນ່ນອນ.

ເມື່ອສຸປະຕິດຖິຕເທພະບຸດ ຮູ້ເຊັ່ນນັ້ນແລ້ວກໍຢ້ານກວ່າ ບໍ່ຢາກຈາກສະຫວັນໄປ ຕົກນະຣົກ ຈຶ່ງໃຄ່ຫາເຄື່ອງປ້ອງກັນ ຈຶ່ງເຂົ້າໄປສູ່ສຳນັກຂອງອະມະຣິນທຣາທິຣາຊເຈົ້າ ຖວາຍອະພິວາດແລ້ວຂາບທູນເຫດການໃຫ້ຊົງຊາບ ແລ້ວທູນອ້ອນວອນ ຂໍຊິວິດບໍ່ຢາກ ຈຸຕິຈາກສະຫວັນ ທ້າວສັກກະເທວະຣາຊ ຈຶ່ງຕັດຕອບວ່າ ຊື່ວ່າຄວາມຕາຍນີ້ ເຮົາຜູ້ ເປັນໃຫຍ່ໃນສວາງສະຫວັນ ກໍບໍ່ອາດຫ້າມບຸບພະກັມອັນມີກຳລັງແຮງນີ້ໄດ້ ເວັ້ນໄວ້ແຕ່ ອົງສົມເດັດພຣະສັມມາສັມພຸດທະເຈົ້າພຣະອົງດຽວເທົ່ານັ້ນ ຈະເປັນທີ່ຈັ້ງທີ່ເພິ່ງຂອງ ໂລກ, ເມື່ອເປັນເຊັ່ນນັ້ນ ອາກາສາຈາຣີນນີເທພະບຸດ ຈຶ່ງຖາມວ່າພຣະພຸດທະເຈົ້າສະ ເດັດປະທັບຢຸ່ທີ່ໃດ ທ້າວສັກກະເທວະຣາຊກໍຕັດຕອບວ່າ ພຣະອົງສະເດັດປະທັບຢູ່ເຄົ້າ ໄມ້ປະຣິກະຊາດໃນໃນຕາວະຕິງສາສະຫວັນ ອາກາສາຈາຣີນີເທພະບຸດ ຈຶ່ງຂໍໃຫ້ພຣະ ຍາອິນພາເຂົ້າເຝົ້າ ອົງສົມເດັດພຣະສັມມາສັມພຸດທະເຈົ້າ ທ້າວສັກກະຮັບອາສາແລ້ວ ກໍສຸປະຕິຖິຕາຫາເຄື່ອງສັກກາຣະບູຊາ ເມື່ອໄດ້ແລ້ວສຸປະຕິຖິຕາກໍຖືເຄື່ອງສັກກາຣະບູ ຊາສະເດັດຕາມທ້າວສັກກະເທວະຣາຊ ເຂົ້າສູ້ສຳນັກ ແຫ່ງພຣະມະຫາມຸນີນາດ ສາສດາ ແລ້ວຂາບທູນເຫດການເຫຼົ່ານັ້ນ ໃຫ້ພຣະອົງທົງຊາບໂດຍສິ້ນເຊິງ ແລ້ວພຣະ ອົງກໍຊົງສະແດງບຸບພຣະກັມຂອງສຸປະຕິດຖິຕາເທພະບຸດຢ່າງຣະອຽດວ່າສຸປະຕິດຖີ ຕາເທພບຸດອົງນີ້ ເກີດເປັນມະນຸດມີຄວາມເຫັນຜິດ ເປັນຜູ້ປາໝາດຕັ້ງຢູ່ໃນມິດສາທິດຖີ ເປັນພານຂ້າເນື້ອເບື່ອປາ ເປັນຜູ້ມີຄວາມແຂງກະດ້າງ ຕົບຕີບິດາມານດາ ດ່າສາ ມະນະຊີພາມ ບໍ່ລຸກຮັບນິມົນໃຫ້ອາສະນະທີ່ນັ່ງແກ່ພິກຂຸສົງ ຜູ້ໄປຫາມາແວ່ ເຖິງເຫັນ ຢູ່ກໍເຮັດດັງບໍ່ເຫັນ ດ້ວຍວິບາກອະກຸສົນກັມເຫຼົ່ານີ້ຕາມທັນ ສຸປະຕິດຖີ ຕາເທພບຸດ ຈຶ່ງໄດ້ ໄປເກີດໃນະຣົກມາກກວ່າແສນປີ ຄັນພົ້ນຈາກນະຣົກຂຶ້ນມາກໍຈະໄດ້ໄປກຳເນີດເປັນສັດ ຈຳພວກຄືເປັນແຮ້ງ, ເປັນຮຸ້ງ, ເປັນເຕົ່າ, ເປັນໝູ, ເປັນໝາ, ແລະເປັນຄົນຫູໜວກ ຕາບອດຢ່າງລະ ໕໐໐ ຊາດ ດ້ວຍອຳນາດອະກຸສົນກັມນັ້ນແລ ຂໍມະຫາບໍພິດຈົ່ງຊົງຊາບ ດ້ວຍປະການສະນີ້ແລ.

ເມື່ອທ້າວສັກກະເທວະຣາດຊົງຊາບແລ້ວ ກໍມີຄວາມເມດຕາສົງສານແກ່ເທພະ ບຸດຍິ່ງໜັກ ຈຶ່ງຂາບທູນໃຫ້ພຣະອົງຊົງສະແດງພຣະສັດທັມມະເທດສະນາ ຈະເປັນທີ່ ເພິງແກ່ສັດໂລກ ຊ່ວຍຊີວິດເທພະບຸດອົງນີໄວ້ບໍ່ໃຫ້ຕາຍພາຍໃນວັນຖ້ວຍເຈັດນີ້ ສົມເດັດ ພຣະບໍຣົມມະສາສດາສັມມາສັມພຸດທະເຈົ້າຂອງເຮົາ ຈຶ່ງຕັດເທສນາພຣະຄາຖາອຸນ ຫັດສະວິໄຊ ເຊິ່ງມີໃຈຄວາມຕໍ່ໄປນີ້.

ອັຕຖິ ອຸນຫັສສະວິຊະໂຍ ທັມໂມໂລເກ ອະນຸຕຕະໂຣ ສັພພະສັຕຕະຫິຕາຍະ ຕັງ ຕະວັງ ຄັນຫະຫິ ເທວະເຕ ປະຣິວັຊເຊ ຣາຊະທັນເດ ອະມະນຸສເສຫິ ປາວະເກ ພະຍັກ ເຄ ນາເຄ ວິເສພູເຕ ອະກາລະເຣເນນະ ວາສັພພັສມາ ມາຣະນາ ມຸຕໂຕຖະເປຕະວາ ກາລະມາຣິຕັງ ຕັສເສວະ ອານຸພະເວນະ ໂຫຕຸເທໂວ ສຸຂີ ສະທາ ສຸທທະສີລັງ ສະມາທາຍະ ທັມມັງ ສູຈະຣິຕັງ ຈະເຣ ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີສະ ທາ ລິກຂິຕຕັງ ປູຊັງທາຣະນັງ ວະຈະນັງ ຄະຣຸ ປະເຣສັງ ສຸຕຕວາ ຕັສສະ ອາຍຸປະວັດຖະຕີຕິ

ເທວະຕາ ດູກະຣະເທວະດາທັງຫຼາຍ ພຣະທັມນີ້ຊື່ວ່າອຸນຫັດສະວິໄຊ ເປັນຍອດ ແຫ່ງພຣະທັມທັງຫຼາຍ ເປັນປະໂຫຍດແກ່ສັດທັງມວນ ທ່ານຈົ່ງເອົາພຣະທັມນີ້ເປັນທີ່ ເພິ່ງ ອຸດສາສູດສາທະຍາຍທຸກເຊົ້າ ຄ່ຳເວັນຄືນບໍ່ໄດ້ຂາດ ຍ່ອມຫ້າມເສັຍເຊິ່ງໄພທັງ ປວງ ອັນຈະເກີດຂຶ້ນຈາກພູດຜີປີສາດ ໝູ່ພະຍັກ ງູໃຫຍ່ນ້ອຍ ແລະພຣະຍາມະຫາອຳ ມາດທັງຫຼາຍ ບໍ່ຕາຍຜູ້ໃດຂຽນໄວ້ກໍດີ, ໄດ້ຟັງກໍດີ, ໄດ້ສູດພາວະນາທຸກວັນກໍດີ ຈັກອາຍຸ ຍືນ ເທວະເຕ ດູກະຣະເທວະດາ ທັງຫຼາຍທ່ານຈົ່ງມີຄວາມສຸຂເຖີດ:.

ອັນໜຶ່ງ ບຸກຄົນໃດບູຊາແກ້ວທັງສາມ ຄື ພຣະພຸດ ພຣະທັມ ພຣະສົງນີ້ເປັນຍາ ອັນອຸດົມ ຍ່ອມຄຸ້ມຄອງຜູ້ນັ້ນໃຫ້ພົ້ນຈາກທຸກໄພພະຍາດທັງປວງ ດ້ວຍອຳນາດອຸນຫັດ ສະວິໄຊນີ້ ຈັກຄຸ້ມຄອງໃຫ້ຊີວິດຂອງທ່ານຈະເຣີນສືບຕໍ່ໄປ ທ່ານຈົ່ງຮັກສາໄວ້ໃຫ້ໝັ້ນໝັ່ນ ຈຳເຣີນພາວະນາຢ່າໃຫ້ຂາດເຖີດ ດ້ວຍອຳນາດພຣະອຸນຫັດສະວິໄຊນີ້ ຈະຮັກສາຄຸ້ມ ຄອງໃຫ້ຊີວິດຂອງທ່ານຈະເຣີນສືບຕໍ່ໄປ ທ່ານຈົ່ງຮັກສາໄວ້ຢ່າໃຫ້ຂາດເຖີດ.

ເມື່ອຈົບພຣະສັດທັມມະເທສະນາລົງແລ້ວເທວະດາທັງຫຼາຍ ມີທ້າວສັກກະເທ ວະຣາຊ ໄດ້ດື່ມຣົດແຫ່ງພຣະສັດທັມເປັນອັນມາກ ຝ່າຍສຸປະຕິດຖີ ຕາເທພບຸດ ກໍມີຈິດ ນ້ອມໄປຍັງມະຫາກຸສົນດ້ວຍກະແສແຫ່ງທັມມະເທສນານັ້ນ ກໍໄດ້ອັດຕາພາບໃໝ່ ຮ່າງ ກໍຜ່ອງໃສກັບໜຸ່ມຄືນມາເປັນເທວະບຸດ ອາຍຸຍືນຕະຫຼອດໄປ ເຖິງພຣະພຸດທະເຈົ້າຊົງ ພຣະນາມວ່າພຣະສີອະຣິຍະເມດໄຕຣລົງມາຕັດ ຈຶ່ງຈະຈຸຕິຈາກເທວະໂລກ ລົງມາສູ່ມະ ນຸດສາໂລກ ເປັນພຣະອໍຣະຫັນຂີນາສະວະອົງໜຶ່ງ.

ດັ່ງນັ້ນ, ຂໍທ່ານພຸດທະບໍຣິສັດທັງຫຼາຍ ຈົ່ງຈຳຈື່ໄວ້ໃນໃຈ ແລ້ວປະພຶດປະຕິບັດໃຫ້ ໝັ່ນຈຳເຣີນພຣະຄາຖາ ອຸນຫັດສະວິໄຊນີ້ ກໍຈັກສົມມະໂນຣົດຕາມຄວາມປາຖະໜາ ທຸກປະການແລ.

ແນະນຳ

ພຣະໄຕປິດົກເຫັ້ມທີ ໒໕ ພຣະສູຕຕັນຕະປີດົກເຫຼັ້ມທີ ໒໗

ຂຸດທະກະນິກາຍ, ຂຸດທະກະປາຖະ, ທັມມະບົດ, ອຸທານ, ອິຕິວຸດຕະກະ, ສຸຕຕະນິບາດ, ຈວະມານະສູຕ.

เกี่ยวกับฉัน

รูปภาพของฉัน
ວຽງຈັນ, ລາວ
- ບົດຄວາມ ແລະຮູບກ່ຽວ ກັບທຳມະຊາດ ແລະສິ່ງແວດລ້ອມ - ສາສນາ ພິທີກັມ - ວິເຄາະວິໄຈ - ລວມເຣື່ອງເດັ່ນໆ ທີ່ກ່ຽວຂ້ອງກັບລາວ ແລະຄິດແຫວກ ແຜກແນວ ແຕ່ອິງ ຫຼັກຖານ.