1.3.51

ບົດທີ

ອານິສົງປັນຍາປາຣະມີ

ໃນສະໄໝໜຶ່ງອົງສົມເດັດພຣະບຣົມມະສາສະດາ ສະເດັດປະທັບຢູ່ບົນແທ່ນບັນດຸກັມ ພະລະສີລາອາດ ຊັ້ນດາວະດິງສາເທວະໂລກ ທ້າວອັມມະຣິນທາທິຣາດ ໄດ້ທູນຖາມເຖິງທັມ ມະອັນປະເສີດ ທີ່ສາມາດອຳນວຍມັກ-ຜົນ ໃຫ້ແກ່ຜູ້ປະພຶດປະຕິບັດ ຂະ ຈັດເຊິ່ງໄພອັນຕະຣາຍ ທີ່ເກີດຂຶ້ນຈາກໝູ່ມະນຸດ ແລະສັດເດັຍຣະສານທັງຫຼາຍໃຫ້ທັງຫຼາຍ ໃຫ້ພ່າຍແພ້ພະລັງອະນຸ ພາບ ທີ່ໄດ້ປະຕິບັດທ່ອງຈົ່ມສາທະຍາຍຈຳໄວ້ເຊິ່ງທັມຈະມີຢູ່ບໍຂະນ້ອຍ ?

ສົມເດັດພຣະສັມມາສັມພຸດທະເຈົ້າຕັດວ່າດູກອນມະຫາຣາຊ ທັມທີ່ຍັງໃຫ້ປະສົບ ສຸກ ເຊັ່ນນັ້ນມີຢູ່ ທ້າວອະມະຣິນທະຣາດຈຶ່ງທູນຖາມຕໍ່ໄປວ່າ ທັມນີ້ຊື່ອັນໃດຂ້ານ້ອຍ ? ພຣະບໍຣົມ ມະຄຣູຈຶ່ງຕັດວ່າ ພຣະທັມມນີ້ຊື່ວ່າພຣະປັນຍາປາຣະມີ ໓໐ ທັດ”.

ທ້າວອະມະຣິນທະຣາດ ຈຶ່ງທູນຂໍໃຫ້ພຣະພຸດທະອົງຊົງສະແດງພຣະສັດທັມນີ້ ພຣະບໍ ຣົມມະສາສດາຊົງສະແດງ ເຊິ່ງປັນຍາປາຣະມີ ທີ່ພຣະອົງໄດ້ເຄີຍສ້າງມາແລ້ວໃນອະນັນຕະ ຊາດວ່າ, “ພຣະປາຣະມີ ໓໐ ທັດ ເປັນຍອດແຫ່ງທັມ ທີ່ພຣະພຸດທະເຈົ້າທຸກໆພຣະອົງ ຊົງບຳ ເພັງມາແລ້ວຢ່າງເຕັມປ່ຽມ ຈຶ່ງໄດ້ຕັດເປັນພຣະອໍຣະຫັນສັມມາສັມພຸດທະເຈົ້າ.

ບຸກຄົນໃດ ໄດ້ຂຽນໄວ້ສັກກາຣະບູຊາກໍດີ ໄດ້ສະດັບຮັບຟັງທຸກວັນກໍດີ ຜູ້ນັ້ນຈະເປັນ ຜູ້ມີ ສົມບັດເຂົ້າຂອຫຼວງຫຼາຍພາຍມາກ ຜູ້ໃດໄດ້ທ່ອງຈົ່ມ ຈົດຈຳສາມທະຍາຍທຸກວັນ ຜູ້ນັ້ນຈັກພົ້ນ ອັນຕະຣາຍທັງປວງ, ປາຖາໜາສິ່ງໃດ ກໍຈັກສພເຣັດຄວາມມຸ້ງໝາຍ ເປັນທີ່ຮັກແກ່ເທວະດາ ແລະມະນຸດທັງປວງ ເທວະດາຍ່ອມໃຫ້ພອນ ແລະຕາມຮັກສາບຸກຄົນນັ້ນ ຜູ້ໃດປະພຶດປະຣາມີ ໓໐ ທັດນີ້ໃຫ້ບັງເກີດມີແກ່ຕົນຍ່ອມປະສົບກັບສົມບັດ ປະການ ກ່າວຄື ມະນຸດສົມບັດ, ສະ ຫວັນສົມບັດ ແລະພຣະນິບພານສົມບັດ, ແມ່ນຈະປາຖະໜາເປັນພຸດທະພູມ, ປັດເຈກພູມ, ສາວົກພູມ ຢ່າງໃດຢ່າງໜຶ່ງ ກໍຈັກສຳເຣັດດັ່ງວນັ້ນແລ.

ພຣະອໍຣະຫັນສັມມາສັມພຸດທະເຈົ້າຊົງສະແດງປັນຍາປາຣະມີ ໓໐ ທັດຈົບລົງແລ້ວ ທ້າວອະມະຣີນຈົບລົງແລ້ວ ທ້າວອະມະຣິນທາທິຣາດສະແດງຕົນເປັນອຸປາສົກ ພ້ອມເອົາພຣະ ຣັດຕະນະໄຕຣເປັນທີ່ເພິ່ງຕະຫຼອດຊີບ ເຫຼົ່າເທວະດາທັງຫຼາຍໄດ້ບັນລຸມັກ-ຜົນເປັນຈຳນວນ ຫຼວງ.

ທ່ານສາທຸຊົນທັງຫຼາຍເມື່ອຮູ້ເຊັ່ນນີແລ້ວ ຣື້ນເຣີງບັນເທີງໃຈໃນກຸສົນທັງຫຼາຍ ທີ່ທ່ານ ໄດ້ສູດຮຽນພຣະປາຣະມີ ໓໐ ທັດມາແລ້ວເທີ້ນ.



ອານິສົງອຸນຫັດສະວິໄຊຍ໌

ບົດທີ ໑

ອານິສົງອຸນຫັດສະວິໄຊ

ສະໄໝໜຶ່ງ ພຣະບໍຣົມມະສາສດາ ສະເດັດປະທັບຢູ່ເໜືອພຣະແທນສີລາອາດ ພາຍໃຕ້ຕົ້ນປາຣິກະຊາດ ນະ ດາວະດິງສາເທວະໂລກ ຕັດພຣະສັດທັມເທສນາອະພິທັມ ຄຳພີ ໂຜດພຸດທະມານດາ ໃນກາລະຄັ້ງນັ້ນ ມີເທພະບູດອົງໜຶ່ງນາມວ່າ ສຸປະຕິດຖີຕາ ສະເຫວີຍທິບພະສົມບັດໃນຊັ້ຍຕາວະດິງສາກໍເຫິງນານຫາປະມານບໍ່ໄດ້.

ອີກ ວັນຂ້າງໜ້ານີ້ຈະສິ້ບຸນຈຸຕິຈາກສະຫວັຊັ້ນດາວະດິງ ລົງໄປອຸບັດໃນນະຣົກ ສະຫວີຍທຸກຂະເວທະນາຢູ່ຕະຫຼອດແສນປີ ຄັນສິ້ນກັມໃນນະຣົກແລ້ວ ກໍຈັກໄປບັງເກີີດ ເປັນສັດເດັຍຣະສານ ຈຳພວກ ສະເຫວີຍວິບາກກັມຢູ່ ຢ່າງລະ ໕໐໐ ຊາຕ.

ໃນຂະນະນັ້ນເອງ ຍັງມີເທພະບຸດຕົນຽຶ່ງ ຊື່ວ່າ ອາກາສະຈາຣິນີ ເຊິ່ງເປັນຜູ້ຮູ້ ບຸບພະກັມຂອງສຸປະຕິດຖີຕາເທບພະບຸດ ອາໄສຄວາມຄຸນເຄີຍສະໜິດສະໜົມກັນ ມາຕັ້ງແຕ່ຄາວເປັນມະນຸດ ເຄີຍໄດ້ຮັກສາອຸໂປສົດສິນດ້ວຍກັນໃນອະດີດຊາດລ່ວງມາ ແລ້ວ ເມື່ອມອງເຫັນອະກຸສົນຜົນກັມຕາມມາທັນເພື່ອນສະຫາຍຂອງຕົນ ກໍມີຈິດປານີໃຄ່ຈະ ອະນຸເຄາະ ຈຶ່ງເຂົ້າໄປສູ່ສຳນັກຂອງສຸປະຕິດຖີຕາເທບພະບຸດ ແລ້ວກໍບອກເຫດທີ່ຈະ ສິ້ນອາຍຸໃນ ໄວໆນີ້ ຕລອດທັງຈະໄດ້ໄປເກີດໃນນະຣົກ, ຄັນພົ້ນຈາກນະຣົກແລ້ວ ຈັກຕ້ອງໄປກຳ ເນີດເປັນສັດເດັຍຣະສານໃຫ້ຊາບສິ້ນທຸກປະການ.

ຝ່າຍສຸປະຕິດຖິຕາເທພະບຸດ ຄັນຊາບແລ້ວ ກໍບໍ່ມີຄວາມປະຣິວິຕົກຫຍັງເລີຍ ເພາະມີຄວາມປະໝາດໃນທິພະສົມບັດຂອງຕົນ ຈົນມາເຫັນບຸບພະນິມິດ ປະການ ຄື ດອກໄມ້ທິບໂຮຍຮ່ວງ ປະການໜຶງ, ເຮື່ອແລະໄຄໄຫຼອອກ ປະການໜຶ່ງ ສະຣີຣະ ຮ່າງກາຍເສົ້າໝອງ ປະການໜຶ່ງ, ຜ້າທິບພິສາ ເຄື່ອງຊົງເສົ້າໝອງ ປະການໜຶ່ງ, ຄັນ ຊົງຜ້າສະໃບເຂົ້າກໍຮ້ອນກະວົນກະ ວາຍປະການໜຶ່ງ, ບຸບພະນິມິດ ປະການເຫຼົ່ານີ້ ເມື່ອປະກົດແກ່ເທບພະບຸດ ຫຼືເທພະ ທິດາອົງໃດແລ້ວ ເທພະບຸດຫຼືເທພະທິດາອົງນັ້ນ ຈັກຕອ້ງຈຸຈາກເທວະໂລກ ຢ່າງບໍ່ຕ້ອງ ສົງໄສແນ່ນອນ.

ເມື່ອສຸປະຕິດຖິຕເທພະບຸດ ຮູ້ເຊັ່ນນັ້ນແລ້ວກໍຢ້ານກວ່າ ບໍ່ຢາກຈາກສະຫວັນໄປ ຕົກນະຣົກ ຈຶ່ງໃຄ່ຫາເຄື່ອງປ້ອງກັນ ຈຶ່ງເຂົ້າໄປສູ່ສຳນັກຂອງອະມະຣິນທຣາທິຣາຊເຈົ້າ ຖວາຍອະພິວາດແລ້ວຂາບທູນເຫດການໃຫ້ຊົງຊາບ ແລ້ວທູນອ້ອນວອນ ຂໍຊິວິດບໍ່ຢາກ ຈຸຕິຈາກສະຫວັນ ທ້າວສັກກະເທວະຣາຊ ຈຶ່ງຕັດຕອບວ່າ ຊື່ວ່າຄວາມຕາຍນີ້ ເຮົາຜູ້ ເປັນໃຫຍ່ໃນສວາງສະຫວັນ ກໍບໍ່ອາດຫ້າມບຸບພະກັມອັນມີກຳລັງແຮງນີ້ໄດ້ ເວັ້ນໄວ້ແຕ່ ອົງສົມເດັດພຣະສັມມາສັມພຸດທະເຈົ້າພຣະອົງດຽວເທົ່ານັ້ນ ຈະເປັນທີ່ຈັ້ງທີ່ເພິ່ງຂອງ ໂລກ, ເມື່ອເປັນເຊັ່ນນັ້ນ ອາກາສາຈາຣີນນີເທພະບຸດ ຈຶ່ງຖາມວ່າພຣະພຸດທະເຈົ້າສະ ເດັດປະທັບຢຸ່ທີ່ໃດ ທ້າວສັກກະເທວະຣາຊກໍຕັດຕອບວ່າ ພຣະອົງສະເດັດປະທັບຢູ່ເຄົ້າ ໄມ້ປະຣິກະຊາດໃນໃນຕາວະຕິງສາສະຫວັນ ອາກາສາຈາຣີນີເທພະບຸດ ຈຶ່ງຂໍໃຫ້ພຣະ ຍາອິນພາເຂົ້າເຝົ້າ ອົງສົມເດັດພຣະສັມມາສັມພຸດທະເຈົ້າ ທ້າວສັກກະຮັບອາສາແລ້ວ ກໍສຸປະຕິຖິຕາຫາເຄື່ອງສັກກາຣະບູຊາ ເມື່ອໄດ້ແລ້ວສຸປະຕິຖິຕາກໍຖືເຄື່ອງສັກກາຣະບູ ຊາສະເດັດຕາມທ້າວສັກກະເທວະຣາຊ ເຂົ້າສູ້ສຳນັກ ແຫ່ງພຣະມະຫາມຸນີນາດ ສາສດາ ແລ້ວຂາບທູນເຫດການເຫຼົ່ານັ້ນ ໃຫ້ພຣະອົງທົງຊາບໂດຍສິ້ນເຊິງ ແລ້ວພຣະ ອົງກໍຊົງສະແດງບຸບພຣະກັມຂອງສຸປະຕິດຖິຕາເທພະບຸດຢ່າງຣະອຽດວ່າສຸປະຕິດຖີ ຕາເທພບຸດອົງນີ້ ເກີດເປັນມະນຸດມີຄວາມເຫັນຜິດ ເປັນຜູ້ປາໝາດຕັ້ງຢູ່ໃນມິດສາທິດຖີ ເປັນພານຂ້າເນື້ອເບື່ອປາ ເປັນຜູ້ມີຄວາມແຂງກະດ້າງ ຕົບຕີບິດາມານດາ ດ່າສາ ມະນະຊີພາມ ບໍ່ລຸກຮັບນິມົນໃຫ້ອາສະນະທີ່ນັ່ງແກ່ພິກຂຸສົງ ຜູ້ໄປຫາມາແວ່ ເຖິງເຫັນ ຢູ່ກໍເຮັດດັງບໍ່ເຫັນ ດ້ວຍວິບາກອະກຸສົນກັມເຫຼົ່ານີ້ຕາມທັນ ສຸປະຕິດຖີ ຕາເທພບຸດ ຈຶ່ງໄດ້ ໄປເກີດໃນະຣົກມາກກວ່າແສນປີ ຄັນພົ້ນຈາກນະຣົກຂຶ້ນມາກໍຈະໄດ້ໄປກຳເນີດເປັນສັດ ຈຳພວກຄືເປັນແຮ້ງ, ເປັນຮຸ້ງ, ເປັນເຕົ່າ, ເປັນໝູ, ເປັນໝາ, ແລະເປັນຄົນຫູໜວກ ຕາບອດຢ່າງລະ ໕໐໐ ຊາດ ດ້ວຍອຳນາດອະກຸສົນກັມນັ້ນແລ ຂໍມະຫາບໍພິດຈົ່ງຊົງຊາບ ດ້ວຍປະການສະນີ້ແລ.

ເມື່ອທ້າວສັກກະເທວະຣາດຊົງຊາບແລ້ວ ກໍມີຄວາມເມດຕາສົງສານແກ່ເທພະ ບຸດຍິ່ງໜັກ ຈຶ່ງຂາບທູນໃຫ້ພຣະອົງຊົງສະແດງພຣະສັດທັມມະເທດສະນາ ຈະເປັນທີ່ ເພິງແກ່ສັດໂລກ ຊ່ວຍຊີວິດເທພະບຸດອົງນີໄວ້ບໍ່ໃຫ້ຕາຍພາຍໃນວັນຖ້ວຍເຈັດນີ້ ສົມເດັດ ພຣະບໍຣົມມະສາສດາສັມມາສັມພຸດທະເຈົ້າຂອງເຮົາ ຈຶ່ງຕັດເທສນາພຣະຄາຖາອຸນ ຫັດສະວິໄຊ ເຊິ່ງມີໃຈຄວາມຕໍ່ໄປນີ້.

ອັຕຖິ ອຸນຫັສສະວິຊະໂຍ ທັມໂມໂລເກ ອະນຸຕຕະໂຣ ສັພພະສັຕຕະຫິຕາຍະ ຕັງ ຕະວັງ ຄັນຫະຫິ ເທວະເຕ ປະຣິວັຊເຊ ຣາຊະທັນເດ ອະມະນຸສເສຫິ ປາວະເກ ພະຍັກ ເຄ ນາເຄ ວິເສພູເຕ ອະກາລະເຣເນນະ ວາສັພພັສມາ ມາຣະນາ ມຸຕໂຕຖະເປຕະວາ ກາລະມາຣິຕັງ ຕັສເສວະ ອານຸພະເວນະ ໂຫຕຸເທໂວ ສຸຂີ ສະທາ ສຸທທະສີລັງ ສະມາທາຍະ ທັມມັງ ສູຈະຣິຕັງ ຈະເຣ ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີສະ ທາ ລິກຂິຕຕັງ ປູຊັງທາຣະນັງ ວະຈະນັງ ຄະຣຸ ປະເຣສັງ ສຸຕຕວາ ຕັສສະ ອາຍຸປະວັດຖະຕີຕິ

ເທວະຕາ ດູກະຣະເທວະດາທັງຫຼາຍ ພຣະທັມນີ້ຊື່ວ່າອຸນຫັດສະວິໄຊ ເປັນຍອດ ແຫ່ງພຣະທັມທັງຫຼາຍ ເປັນປະໂຫຍດແກ່ສັດທັງມວນ ທ່ານຈົ່ງເອົາພຣະທັມນີ້ເປັນທີ່ ເພິ່ງ ອຸດສາສູດສາທະຍາຍທຸກເຊົ້າ ຄ່ຳເວັນຄືນບໍ່ໄດ້ຂາດ ຍ່ອມຫ້າມເສັຍເຊິ່ງໄພທັງ ປວງ ອັນຈະເກີດຂຶ້ນຈາກພູດຜີປີສາດ ໝູ່ພະຍັກ ງູໃຫຍ່ນ້ອຍ ແລະພຣະຍາມະຫາອຳ ມາດທັງຫຼາຍ ບໍ່ຕາຍຜູ້ໃດຂຽນໄວ້ກໍດີ, ໄດ້ຟັງກໍດີ, ໄດ້ສູດພາວະນາທຸກວັນກໍດີ ຈັກອາຍຸ ຍືນ ເທວະເຕ ດູກະຣະເທວະດາ ທັງຫຼາຍທ່ານຈົ່ງມີຄວາມສຸຂເຖີດ:.

ອັນໜຶ່ງ ບຸກຄົນໃດບູຊາແກ້ວທັງສາມ ຄື ພຣະພຸດ ພຣະທັມ ພຣະສົງນີ້ເປັນຍາ ອັນອຸດົມ ຍ່ອມຄຸ້ມຄອງຜູ້ນັ້ນໃຫ້ພົ້ນຈາກທຸກໄພພະຍາດທັງປວງ ດ້ວຍອຳນາດອຸນຫັດ ສະວິໄຊນີ້ ຈັກຄຸ້ມຄອງໃຫ້ຊີວິດຂອງທ່ານຈະເຣີນສືບຕໍ່ໄປ ທ່ານຈົ່ງຮັກສາໄວ້ໃຫ້ໝັ້ນໝັ່ນ ຈຳເຣີນພາວະນາຢ່າໃຫ້ຂາດເຖີດ ດ້ວຍອຳນາດພຣະອຸນຫັດສະວິໄຊນີ້ ຈະຮັກສາຄຸ້ມ ຄອງໃຫ້ຊີວິດຂອງທ່ານຈະເຣີນສືບຕໍ່ໄປ ທ່ານຈົ່ງຮັກສາໄວ້ຢ່າໃຫ້ຂາດເຖີດ.

ເມື່ອຈົບພຣະສັດທັມມະເທສະນາລົງແລ້ວເທວະດາທັງຫຼາຍ ມີທ້າວສັກກະເທ ວະຣາຊ ໄດ້ດື່ມຣົດແຫ່ງພຣະສັດທັມເປັນອັນມາກ ຝ່າຍສຸປະຕິດຖີ ຕາເທພບຸດ ກໍມີຈິດ ນ້ອມໄປຍັງມະຫາກຸສົນດ້ວຍກະແສແຫ່ງທັມມະເທສນານັ້ນ ກໍໄດ້ອັດຕາພາບໃໝ່ ຮ່າງ ກໍຜ່ອງໃສກັບໜຸ່ມຄືນມາເປັນເທວະບຸດ ອາຍຸຍືນຕະຫຼອດໄປ ເຖິງພຣະພຸດທະເຈົ້າຊົງ ພຣະນາມວ່າພຣະສີອະຣິຍະເມດໄຕຣລົງມາຕັດ ຈຶ່ງຈະຈຸຕິຈາກເທວະໂລກ ລົງມາສູ່ມະ ນຸດສາໂລກ ເປັນພຣະອໍຣະຫັນຂີນາສະວະອົງໜຶ່ງ.

ດັ່ງນັ້ນ, ຂໍທ່ານພຸດທະບໍຣິສັດທັງຫຼາຍ ຈົ່ງຈຳຈື່ໄວ້ໃນໃຈ ແລ້ວປະພຶດປະຕິບັດໃຫ້ ໝັ່ນຈຳເຣີນພຣະຄາຖາ ອຸນຫັດສະວິໄຊນີ້ ກໍຈັກສົມມະໂນຣົດຕາມຄວາມປາຖະໜາ ທຸກປະການແລ.

ແນະນຳ

ພຣະໄຕປິດົກເຫັ້ມທີ ໒໕ ພຣະສູຕຕັນຕະປີດົກເຫຼັ້ມທີ ໒໗

ຂຸດທະກະນິກາຍ, ຂຸດທະກະປາຖະ, ທັມມະບົດ, ອຸທານ, ອິຕິວຸດຕະກະ, ສຸຕຕະນິບາດ, ຈວະມານະສູຕ.

เกี่ยวกับฉัน

รูปภาพของฉัน
ວຽງຈັນ, ລາວ
- ບົດຄວາມ ແລະຮູບກ່ຽວ ກັບທຳມະຊາດ ແລະສິ່ງແວດລ້ອມ - ສາສນາ ພິທີກັມ - ວິເຄາະວິໄຈ - ລວມເຣື່ອງເດັ່ນໆ ທີ່ກ່ຽວຂ້ອງກັບລາວ ແລະຄິດແຫວກ ແຜກແນວ ແຕ່ອິງ ຫຼັກຖານ.